ບົດ​ບາດ​ສຳ​ຄັນ​ຂອງ​ການ​ຄ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ

(VOVWORLD) -ໃນວັນທີ 2 ສິງຫາ, ອົງການການຄ້າໂລກ (WTO)  ແລະ ທະນາຄານໂລກ (WB) ໄດ້ປະກາດບົດລາຍງານທີ່ມີຊື່ວ່າ “ແມ່ຍິງ ແລະ ການຄ້າ: ບົດບາດຂອງການຄ້າໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ”.
ບົດ​ບາດ​ສຳ​ຄັນ​ຂອງ​ການ​ຄ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ - ảnh 1ພາບປະກອບ: Vietnamplus.vn 

ບົດລາຍງານໄດ້ສະໜອງຊຸດຂໍ້ມູນໃໝ່ ແລະ ໄຈ້ແຍກ ເຮັດແນວໃດ ເພດຍິງຈະສາມາດໄດ້ຮັບຜົນປະໂຫຍດຈາກການຄ້າແບບສະເໝີພາບກັບເພດຊາຍກ່ຽວກັບບັນຫາເງິນເດືອນ, ສະຫວັດດີການ, ຄຸນນະພາບວຽກງານ.

ຕາມບົດລາຍງານ, ການເຄື່ອນໄຫວດ້ານການຄ້າອາດຈະຊ່ວຍເພີ່ມເງິນເດືອນຫຼາຍຂຶ້ນ, ປັບປຸງເງື່ອນໄຂເຮັດວຽກ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ປັດຈຸບັນ, ບັນດາທ່າອ່ຽງເສດຖະກິດ, ການຄ້າ ໃນໂລກຄືການເພີ່ມຂຶ້ນຂອງຂົງເຂດການບໍລິການ, ເປີດກ້ວາງລະບົບມູນຄ່າທົ່ວໂລກ, ການພັດທະນາເສດຖະກິດດີຈີຕອນ…ຈະສືບຕໍ່ສ້າງກາລະໂອກາດມອບສິດໃຫ້ແກ່ແມ່ຍິງ.

WTO ສວມບົດບາດສຳຄັນໃນການລົບລ້າງບັນດາຮົ້ວກີດຂວາງສຳລັບການເຂົ້າຮ່ວມຂອງແມ່ຍິງເຂົ້າໃນການເຄື່ອນໄຫວການຄ້າຜ່ານການຊຸກຍູ້ບັນດາປະເທດສະມາຊິກດຳເນີນການເຈລະຈາດ້ານການຄ້າໃນບັນດາຂົງເຂດຄືການບໍລິການ, ກະສິກຳ, ການຄ້າເອເລັກໂຕນິກ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຈຸນລະວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ