“ບົດເພງໄຊເດືອນຕຸລາ” ດຳເນີນໄປເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ

(VOVWORLD) -ງານພົບປະແລກປ່ຽນສິລະປະທີ່ມີຊື່ວ່າ “ບົດເພງໄຊເດືອນຕຸລາ” ຈະດຳເນີນໃນວັນທີ 01 ພະຈິກ ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ (1917 - 2017).
“ບົດເພງໄຊເດືອນຕຸລາ” ດຳເນີນໄປເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ - ảnh 1 (ພາບປະກອບ: TTXVN)

ງານພົບປະໂດຍໜັງສືພິມປະຊາຊົນ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສົມທົບກັນຈັດຕັ້ງ. “ບົດເພງໄຊເດືອນຕຸລາ” ລວມມີ 3 ພາກຕົ້ນຕໍ່ຄື “ແສງຕາເວັນສະຕະວັດ”, “ບັນດາໜ້າຄຳປະຫວັດສາດ”, “ປະເທດລັດເຊຍ - ຄວາມຮັກ ແລະ ແຫຼ່ງສະອອນໃຈອະມະຕະ”. ແລະກໍ່ໃນງານພົບປະແລກປ່ຽນສິລະປະດັ່ງກ່າວ, ຜູ້ຊົມຈະໄດ້ພົບປະກັບຕົວພະຍານພິເສດຂອງລັດເຊຍ ແລະ ຫວຽດນາມ ທີ່ເວົ້າເຖິງການປະຕິວັດເດືອນຕຸລາ, ບັນດາຮ່ອງຮອຍ, ຄວາມຊົງຈຳເລິກເຊິ່ງກ່ຽວກັບສາຍພົວພັນມິດຕະພາບຫວຽດນາມ - ລັດເຊຍ. ນອກນັ້ນ, ຜູ້ຊົນຍັງໄດ້ຮັບຊົມບັນດາລາຍງານຟ້ອນພື້ນເມືອງ, ຟ້ອນ ບາເລ ຂອງລັດເຊຍອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ