ບັ້ນຂົນຂວາຍ “ຈົ່ງທໍາຄວາມສະອາດຢູ່ທະເລ” ປີ 2019 ດ້ວຍຫົວຂໍ້ວ່າ ທໍາຄວາມດີຕໍ່ມະຫາສະໝຸດ

(VOVWORLD) -    ຕອນບ່າຍວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມ ສະຫະສະມາຄົມຊາວໜຸ່ມ ຫວຽດນາມ, ສູນຊາວໜຸ່ມອາສາສະໝັກແຫ່ງຊາດຫວຽດນາມ ໄດ້ສົມທົບກັບຫົວໜ່ວຍກ່ຽວຂ້ອງ ຈັດຕັ້ງກອງປະຊຸມຖະແຫຼງຂ່າວແນະນໍາກ່ຽວກັບບັ້ນຂົນຂວາຍ “ຈົ່ງທໍາຄວາມສະອາດຢູ່ທະເລ” ປີ 2019 ດ້ວຍຫົວຂໍ້ວ່າ “ທໍາຄວາມດີຕໍ່ມະຫາສະໝຸດ”.

        ໂດຍໄດ້ຮັບການຜັນຂະຫຍາຍ ໃນຂອບເຂດທົ່ວປະເທດ ມາເປັນ 4 ຄັ້ງ, ບັ້ນຂົນຂວາຍ “ຈົ່ງທໍາຄວາມສະອາດຢູ່ທະເລ” ປີ 2019 ຖືກດໍາເນີນນັບແຕ່ວັນທີ 4 ມິຖຸນາ ໄປຈົນຮອດວັນທີ 31 ສິງຫາ 2019. ບັ້ນຂົນຂວາຍຄັ້ງນີ້ ແມ່ນເພື່ອສຸມໃສ່ຍົກສູງຄວາມຮັບຮູ້ ແລະ ການກະທໍາໃຫ້ແກ່ປະຊາຊົນ, ແຂກທ່ອງທ່ຽວ ກໍຄື ວົງຄະນະຍາດທຸກຖ້ວນໜ້າ ກ່ຽວກັບບົດບາດອັນສໍາຄັນຂອງທະເລຕໍ່ການດໍາລົງຊີວິດຂອງຄົນເຮົາ; ຮຽກຮ້ອງສັງຄົມ ຮ່ວມແຮງຮ່ວມໃຈຈົ່ງມີການກະທໍາເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ທະເລ ດ້ວຍບັນດາການເຄື່ອນໄຫວແທດຈິງ, ລະອຽດ; ຈັດຕັ້ງບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ລະດົມກໍາລັງໃຈໃຫ້ຊາວປະມົງອອກໄປຫາປາໄກຝັ່ງ, ພັດທະນາເສດຖະກິດ.

        ພິທີອອກເຄື່ອນພົນຂັ້ນສູນກາງຂອງບັ້ນຂົນຂວາຍຄັ້ງນີ້ ຈະຈັດຂ້ຶນຢູ່ທ່າກໍ່າປັ່່ນ ຊາກີ່, ແຂວງກວ໋າງຫງ໊າຍ ຂອງຫວຽດນາມ ໃນວັນທີ 8 ມິຖຸນາ ຈະມາເຖິງ ດ້ວຍບັນດາການເຄື່ອນໄຫວກັບບ່ອນທີ່ແທດຈິງ. ແລະກໍໃນວັນດຽວກັນ, ບັ້ນຂົນຂວາຍຄັ້ງນີ້ ຈະໄດ້ປຸກລະດົມຕອບສະໜອງຢູ່ 28 ແຂວງ, ນະຄອນທີ່ມີເສັ້ນທາງແຄມຝັ່ງທະເລໃນທົ່ວປະເທດ.

ນັກຂ່າວ ທູຮັ່ງ - ນັກຂ່າວ VOV


ຕອບກັບ

ຂ່າວ/ບົດ​ອື່ນ