ບັນຍາກາດຕ້ອນຮັບວັນບຸນ ຄຼິດສະມາດ ເຕັມໄປດ້ວຍຄວາມສະຫງົບສຸກ ຢູ່ທຸກແຖບຖິ່ນຂອງປະເທດຊາດ

(VOVWORLD) -   ຢູ່ນະຄອນໂຮ່ຈີມິນ, ຢູ່ບັນດາສະຖານທີີ່ຄື: ຖະໜົນທາງຍ່າງ ຫງວຽນເຫວະ, ໂບດ ດຶກບ່າ, ສູນການຄ້າ ມີປະຊາຊົນເຕົ້າໂຮມ, ຖ່າຍຮູບ, ລະຫຼິ້ນ ແລະ ທຳພິທີຢູ່ໂບດເປັນຈຳນວນຫຼວງຫຼາຍ.
ບັນຍາກາດຕ້ອນຮັບວັນບຸນ ຄຼິດສະມາດ ເຕັມໄປດ້ວຍຄວາມສະຫງົບສຸກ ຢູ່ທຸກແຖບຖິ່ນຂອງປະເທດຊາດ - ảnh 1(ພາບປະກອບຈາກ VOV)

ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນ, ແຂກທ່ອງທ່ຽວຫຼາຍຄົນໄດ້ເຕົ້າໂຮມຢູ່ບັນດາໂບດ, ສະຖານທີ່ລະຫຼິ້ນບັນເທິງ ໃນໃຈກາງນະຄອນຫຼວງ ຮ່າໂນ້ຍ ເພື່ອຕ້ອນຮັບ ວັນບຸນ ຄຼິດສະມາດ. ໃນຖະໜົນສາຍຕ່າງໆ ຂອງນະຄອນ ໄດ້ປະດັບປະດາດອກໄຟແສງສີທີ່ສວຍງາມຫຼາກຫຼາຍ. ພິເສດ, ຢູ່ບັນດາສະຖານທີ່ມີໂບດໃຫຍ່ຄື: ໂບດໃຫຍ່ ຮ່າໂນ້ຍ, ໂບດ ຮ່າມລອງ… ໄດ້ປະດັບປະດາດ້ວຍຖ້ຳ, ຕົ້ນແປກ ເຫຼື້ອມໃສລະຍິບລະຍັບດ້ວຍສີສັນຫຼາກຫຼາຍ, ງາມຕາ. ປະຊາຊົນ, ພິເສດແມ່ນບັນດາຄອບຄົວ, ໄວໜຸ່ມໄດ້ເຕົ້າໂຮມຢູ່ບັນດາໂບດ, ຄຸ້ມບ້ານຊາວຄຼິດ ເພື່ອຢ້ຽມຊົມ, check in ເນື່ອງໃນໂອກາດນີ້. ເອື້ອຍ ຫງວຽນທິທູ, ຊາວ ຮ່າໂນ້ຍ ພ້ອມກັບຄອບຄົວໄດ້ໄປຫຼິ້ນຢູ່ ໂບດໃຫຍ່ ຮ່າໂນ້ຍ ໄດ້ແບ່ງປັນວ່າ:

        “ວັນບຸນ ຄຼິດສະມາດ ມີຄວາມໝາຍອົບອຸ່ນ ແລະ ຄວາມເບີກບານມ່ວນຊື່ນຂອງປີໃໝ່ທີ່ໃກ້ຈະວຽນມາ. ຂ້າພະເຈົ້າພາລູກໆມາແຫ່ງນີ້ ເພື່ອໄດ້ເຊື່ອມຕົວກັບບັນຍາກາດ, ເພື່ອໄດ້ເຫັນປະຈັກຕາບັນຍາກາດທີ່ມ່ວນຊື່ນໃນວັນບຸນນີ້”.

        ຢູ່ນະຄອນໂຮ່ຈີມິນ, ຢູ່ບັນດາສະຖານທີີ່ຄື: ຖະໜົນທາງຍ່າງ ຫງວຽນເຫວະ, ໂບດ ດຶກບ່າ, ສູນການຄ້າ ມີປະຊາຊົນເຕົ້າໂຮມ, ຖ່າຍຮູບ, ລະຫຼິ້ນ ແລະ ທຳພິທີຢູ່ໂບດເປັນຈຳນວນຫຼວງຫຼາຍ.

        ໃນຂະນະນັ້ນ, ຢູ່ບັນດາເຂດ ໄຕງວຽນ, ຢູ່ແຂວງກອນຕຸມ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ ກໍ່ມີຄວາມຄຶກຄື້ນ ເຖິງວ່າ ອາກາດຈະຂ້ອນຂ້າງໜາວກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ