ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ງານ​ບຸນ ສິບ​ສີ່ ທີ່​ເປັນ​ປະ​ເພ​ນີ​ຢູ່​ເມືອງ ຝູ​ອຽນ, ແຂວງ ເຊີນ​ລາ

(VOVWORLD) - ຕາແສງ ກວາງຮຸຍ, ເມືອງ ຝູ່ອຽນ, ແຂວງ ເຊີນລາ, ວັນທີ 27 ສິງຫາ ໄດ້ຈັດງານບຸນສິບສີ່ ທີ່ເປັນປະເພນີ ຂອງຊາວເຜົ່າ ໄທຂາວ ປີ 2023.
 ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ງານ​ບຸນ ສິບ​ສີ່ ທີ່​ເປັນ​ປະ​ເພ​ນີ​ຢູ່​ເມືອງ ຝູ​ອຽນ, ແຂວງ ເຊີນ​ລາ - ảnh 1ງານບຸນສິບສີ່ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງ ຊາວ ຫວຽດນາມ (ພາບ: VOV)

ງານບຸນສິບສີ່ ແມ່ນງານບຸນຂອງພໍ່ແມ່ພີ່ນ້ອງເຜົ່າ ໄທຂາວ ເວົ້າສະເພາະ ແລະ ຜູ້ໄທ ຢູ່ເມືອງ ຝູອຽນ, ເຊີນລາ ເວົ້າລວມ ທີ່ໄດ້ຮັບການອະນຸລັກຮັກສາ, ສືບທອດກັນມາຈາກເສັ່ນຄົນນີ້ສູ່ເສັ່ນຄົນອື່ນ ຈົນມາຮອດປັດຈຸບັນ. ເມື່ອກ່ອນນີ້, ງານບຸນສິບສີ່ ຈະຖືກຈັດຂຶ້ນໃນມື້ດຽວຄື ວັນທີ 14 ເດືອນ 7 ຕາມຈັນທະປະຕິທິນ ປະຈຳປີ.  ແຕ່ປັດຈຸບັນ, ງານບຸນສິບສີ່ ໄດ້ຈັດສົມທົບກັບງານບຸນມ້ຽນຄາດໄຖ ແລະ ສະຫຼຸບຄອບຄົວພາຍຫຼັງຊຸມວັນທີ່ອອກແຮງງານທຳການຜະລິດຂອງພີ່ນ້ອງເຜົ່າຜູ້ ໄທ.

        ປີນີ້, ງານບຸນສິບສີ່ ໄດ້ຈັດເປັນ 2 ຂັ້ນຕອນ. ໃນນັ້ນມີຂັ້ນຕອນພິທີກຳ ແລະ ຂັ້ນຕອນງານບຸນ. ໃນນັ້ນ, ຂັ້ນຕອນພິທີກຳ ມີ 2 ເນື້ອໃນ: ການແຂ່ງຂັນແຫ່ງອາຫານ ແລະ ຊຸດອາພອນຊົນເຜົ່າທີ່ເປັນມູນເຊື້ອ; ສ່ວນຂັ້ນຕອນຈັດງານບຸນ ໄດ້ຈັດກິດຈະກຳລະຫຼີ້ນບັນເທິງຕ່າງໆຢ່າງເບິກບານມ່ວນຊື່ນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ