ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ຈະ​ສ້າງ​ເຂດ​ພັດ​ທະ​ນາ​ໃໝ່ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ການ​ໄປ​ມາ

(VOVWORLD) - ຕອນເຊົ້າວັນທີ 09 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 22 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.
ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ຈະ​ສ້າງ​ເຂດ​ພັດ​ທະ​ນາ​ໃໝ່ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ການ​ໄປ​ມາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ໃນກອງປະຊຸມ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈິ່ນຮົ່ງມິງ ໃຫ້ຮູ້ວ່າ ຕາມແຜນການແລ້ວ, ຮອດທ້າຍປີນີ້ ຈະກໍ່ສ້າງສ່ຳເລັດເສັ້ນທາງຄວາມໄວສູງລວມຄວາມຍາວກວ່າ 3.800 ກິໂລແມັດ. ຄາດວ່າ ຮອດວັນທີ 19 ທັນວາ ຈະກໍ່ສ້າງສຳເລັດເສັ້ນທາງແຄມທະເລ ດ້ວຍຄວາມຍາວເກືອບ 3.200 ກິໂລແມັດ. ດ້ວຍທ່າອາກາດສະຍານສາກົນລອງແທ່ງ, ຈະກໍ່ສ້າງສຳເລັດບັນດາໂຄງການຍ່ອຍເພື່ອຜັນຂະຫຍາຍການບິນເຕັກນິກ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

        “ບັນດາກິດຈະກຳດັ່ງກ່າວ, ໂດຍສະເພາະແມ່ນພາຍຫຼັງກໍ່ສ້າງສຳເລັດ ຈະສ້າງມູນຄ່າເພີ່ມໃໝ່ໃຫ້ແກ່ທີ່ດິນ, ສ້າງເຂດພັດທະນາໃໝ່, ອຳນວຍຄວາມສະດວກໃຫ້ການໄປມາຂອງປະຊາຊົນ. ພ້ອມດຽວກັນນັ້ນ, ກໍ່ປະຢັດຄ່າໃຊ້ຈ່າຍປະຢັດເວລາ, ຄ່າເດີນທາງ, ຄ່ານ້ຳມັນ, ຕົ້ນທຶນໃຫ້ແກ່ຜະລິດຕະພັນ, ເພີ່ມລັກສະນະແກ້ງແຍ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ