ບັນດາກິດຈະກຳເນື່ອງໃນວັນໄຫວ້ບູຊາ ຖວາຍດອກໄມ້ ຈູດທູບທຽນອາໄລຫາເຈົ້າຊີວິດຮຸ່ງ

(VOVWORLD) -ວັນທີ 7 ເມສາ ກົງກັບ ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ຊຶ່ງແມ່ນວັນໄວຫ້ບູຊາເຈົ້າຊີວິດຮຸ່ງ, ມີບັນດາກິດຈະກຳວັດທະນະທຳ, ກິລາ ແລະ ໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ເພື່ອອາໄລຫາເຖິງບັນພະບຸລຸດຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.
ບັນດາກິດຈະກຳເນື່ອງໃນວັນໄຫວ້ບູຊາ ຖວາຍດອກໄມ້ ຈູດທູບທຽນອາໄລຫາເຈົ້າຊີວິດຮຸ່ງ - ảnh 1ການເຄື່ອນໄຫວຕ່າງໆໃນພິທີຖວາຍທູບທຽນອາໄລຫາເຈົ້າຊີວິດຮຸ່ງ

      ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງທີ່ນະຄອນຫວຽດຈີ່ ແລະ ບັນດາເມືອງໃນແຂວງ ຝູເທາະ ໄດ້ດຳເນີນພິທີ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວດິນແດນແຫ່ງບັນພະບຸລຸດປີ 2025 ຖືກດຳເນີນແຕ່ວັນທີ 29 ມີນາ ຫາວັນທີ 7 ເມສານີ້

     ໃນຕອນບ່າຍວັນທີ 6 ເມສານີ້, ຢູ່ນະຄອນ ເກີນເທີ, ປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມພິທີຖະຫວາຍເຂົ້າຕົ້ມມີນ້ຳໜັກ 1,6 ໂຕນ ຢູ່ວິຫານຮຸ່ງ ທີ່ເມືອງ ບິ່ງຖຸຍ, ນະຄອນ ເກີນເທີ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ພົ້ນເດັ່ນໃນງານບຸນປະເພນີພາກໃຕ້ ເພື່ອລະນຶກເຖິງວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2025).     

ບັນດາກິດຈະກຳເນື່ອງໃນວັນໄຫວ້ບູຊາ ຖວາຍດອກໄມ້ ຈູດທູບທຽນອາໄລຫາເຈົ້າຊີວິດຮຸ່ງ - ảnh 2ພິທີຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ ຈັດຂຶ້ນຢູ່ອາເມລິກາຢ່າງເຄັ່ງຂຶມ

     ໃນຂະນະນັ້ນ, ຢູ່ທ້ອງຖິ່ນຕ່າງໆໃນປະເທດໄທ, ມາເລເຊຍ, ອາເມລິກາ… ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ ກໍລ້ວນແຕ່ຈັດ ພິທີຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ ຢ່າງເຄັ່ງຂຶມ

ຕອບກັບ

ຂ່າວ/ບົດ​ອື່ນ