ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີໄວ້ອາໄລອະດີດປະທານປະເທດລາວ ຄຳໄຕ ສີພັນດອນ
(VOVWORLD) -ຕອນເຊົ້າວັນທີ 7 ເມສານີ້, ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ນຳໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໄປຮອດນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມພິທີໄວ້ອາໄລອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ ຄຳໄຕ ສີພັນດອນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ນຳພາ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມເຂົ້າໄວ້ອາໄລ ທ່ານ ຄຳໄຕ ສີພັນດອນ
|
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ອາໄລອາວອນ ມາຍັງພັກ, ລັດຖະບານ, ປະຊາຊົນ ແລະ ຄອບຄົວຂອງອະດີດປະທານປະເທດ ຄຳໄຕ ສີພັນດອນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດ ກໍ່ເຄົາລົບນັບຖື ບົດບາດ ແລະ ການປະກອບສ່ວນ ຂອງທ່ານ ຄຳໄຕ ສີພັນດອນ ໃນການເສີມສ້າງ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.