ບັນດາກະຊວງ,ຂະແຫນງການມີວິທີການເໝາະສົມເພື່ອສິ້ນສຸດການເຈລະຈາແລະລົງນາມໃນບັນດາສັນຍາການຄ້າເສລີໂດຍໄວ

(VOVWORLD) -ວາລະປະຊຸມຄະນະຊີ້ນຳລະຫວ່າງຂະແຫນງເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບເສດຖະກິດຄັ້ງທີຫນຶ່ງປີ 2018 ໄດ້ດຳເນີນໃນວັນທີ 11 ມັງກອນ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ຫົວຫນ້າຄະນະຊີ້ນຳ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຊີ້ແຈ້ງວ່າ ປີ 2018 ແມ່ນປີສຳຄັນທີ່ສຸດໃນວິວັດການປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ. ສະນັ້ນ ບັນດາກະຊວງ, ຂະແຫນງການຄວນສຸມໃສ່ສົມທົບກັບກະຊວງອຸດສາຫະກຳການຄ້າ ໃນການວາງອອກບັນດາວິທີການຮ່ວມມື ເພື່ອສິ້ນສຸດການເຈລະຈາ ແລະ ລົງນາມບັນດາ FTA ທີ່ຍັງເຫລືອໂດຍໄວຄື: RCEP, ຫວຽດນາມ - EFTA, ຫວຽດນາມ ແລະ ອິດສະຣາແອນ, ສືບຕໍ່ຫັນຫນ້າທີ່ທີ່ໄດ້ວາງອອກໃນໂຄງການດຳເນີນງານປະຕິບັດມະຕິເລກທີ 49 ແລະ ມະຕິເລກທີ 31 ຂອງລັດຖະບານ ເປັນລະອຽດ ແລະ ມີປະສິດທິຜົນ ເພື່ອແນໃສ່ກະກຽມໃຫ້ແກ່ການຕີລາຄາ 5 ປີທຳອິດແຫ່ງປະຕິບັດບັນດາມະຕິກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເມື່ອຫວຽດນາມ ໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງກວ່າໃນບັນດາອົງການຈັດຕັ້ງສາກົນ, ພາກພື້ນ ແລະ ສັນຍາການຄ້າເສລີ. ພິເສດ ເພີ່ມທະວີການຄົ້ນຄ້ວາບັນດາບັນຫາເຊື່ອມໂຍງເຂົ້າກັບສາກົນ ເປັນພື້ນຖານໃນການເປັນເສນາທິການໃຫ້ແກ່ຄະນະຊີ້ນຳລະຫວ່າງຂະແຫນງການ ແລະ ລັດຖະບານ. 

ຕອບກັບ

ຂ່າວ/ບົດ​ອື່ນ