ບັນດາການກະທຳຕ່າງໆກ່ຽວຂ້ອງເຖິງບັນຫາ Jerusalem

(VOVWORLD) - ໃນຂະນະນັ້ນ, ສະຫະພັນຊາວໜຸ່ມຂອງພັກຊົນຊາດ ອາບຟຣີກາ (ANCYL) ກຳອຳນາດຢູ່ ອາບຟຣີກາ ໃນວັນທີ 16 ພຶດສະພາ
ບັນດາການກະທຳຕ່າງໆກ່ຽວຂ້ອງເຖິງບັນຫາ Jerusalem - ảnh 1 ພາບປະກອບ

ວັນທີ 16 ພຶດສະພາ, ກະຊວງການຕ່າງປະເທດ ຕວກກີ ໄດ້ຮຽກຮ້ອງ ສະຖານກົງສູນໃຫຍ່ ອິດສະຣາແອນ ຢູ່ນະຄອນ Istanbul ກັບເມືອ ອິດສະຣາແອນ ໃນໄລຍະຊົ່ວຄາວ. ການກະທຳນີ້ໄດ້ດຳເນີນພາຍຫຼັງທີ່ກະຊວງການຕ່າງປະເທດ ອິດສະຣາແອນ ປະກາດໃນວັນທີ 15 ພຶດສະພາວ່າ ໄດ້ສະເໜີໃຫ້ສະຖານກົງສູນໃຫຍ່ ຕວກກີ ປະຈຳ Jerusalem ອອກຈາກ ອິດສະຣາແອນ ໃນຊ່ວງເວລາທີ່ບໍ່ໄດ້ກຳນົດ.

        ແລະ ກໍ່ໃນວັນດຽວກັນ, ປາແລດສະຕິນ ໄດ້ຮຽກໂຮມຜູ້ຕາງໜ້າການທູດ 4 ປະເທດສະຫະພາບເອີລົບ (EU), ເຊິ່ງລວມມີ: ຣຸມານີ, ສ. ເຊັກໂກ, ຮູງກາຣີ ແລະ ໂອຕຣິດ ພາຍຫຼັງທີ່ເອກອັກຄະລັດຖະທູດບັນດາປະເທດເຫຼົ່ານີ້ເຂົ້າຮ່ວມເຫດການ ອິດສະຣາແອນ ຈັດພິທີຊົມເຊີຍເລື່ອງ ອາເມລິກາ ຍົກຍ້າຍສະຖານທູດຈາກ Tel Aviv ໄດ້ຕັ້ງຢູ່ Jerusalem.

        ໃນຂະນະນັ້ນ, ສະຫະພັນຊາວໜຸ່ມຂອງພັກສະມັດຊາແຫ່ງຊາດ ອາບຟຣີກາ (ANCYL) ກຳອຳນາດຢູ່ ອາບຟຣີກາ ໃນວັນທີ 16 ພຶດສະພາ, ກໍ່ໄດ້ຍົກອອກຄຳຮຽກຮ້ອງໃຫ້ລັດຖະບານປະເທດນີ້ຕັດສາຍພົວພັນທາງການທູດກັບ ອິດສະຣາແອນເພື່ອຄັດຄ້ານການກະທຳປາບປາມຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ ຂອງ ອິດສະຣາແອນ ຢູ່ເຂດຊາຍແດນຕິດກັບ ເຂດ Gaza.

        ແລະກໍ່ໃນວັນທີ 16 ພຶດສະພາ, ກົວເຕມາລາ ກໍ່ໄດ້ເປີດສະຫຼອງສະຖານທູດຂອງປະເທດນີ້ຢູ່ Jerusalem, ພາຍຫຼັງການກະທຳຄ້າຍຄືກັນຂອງ ອາເມລິກາ ພຽງ 2 ວັນ. ທ່ານປະທານາທິບໍດີ Guatemala Jimmy Morales ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ກໍ່ເຂົ້າຮ່ວມເຫດການນີ້.

        ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງເກີດຂຶ້ນຢູ່ເຂດຊາຍແດນ Gaza ໃນຊຸມວັນຜ່ານມາ, ວັນທີ 16 ພຶດສະພາ, ສັນຖະປະປາ Francis ໄດ້ສະແດງ “ຄວາມວິຕົກວັງວົນທີ່ສຸດກ່ຽວກັບສະພາບໃຊ້ຄວາມຮຸນແຮງ” ຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ