ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 122 ປີ ແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ
ຢູ່ຕໍ່ໜ້າຫໍພິພິຕະພັນ, ສາຂາ ຢາລາຍ ແລະ ກອນຕຸມ
(ພາບ: Thanh Nhat)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2012) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງແຂວງ ຢາລາຍ (24/5/1932 – 24/5/2012), ສືບຕໍ່ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ, ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 11, ຕອນເຊົ້າວັນທີ 15/5, ຫໍພິພິຕະພັນ ໂຮ່ຈີມິນ ສາຂາ ແຂວງ ຢາລາຍ ແລະ ກອນຕຸມ ໄດ້ຈັດຕັ້ງງານວາງສະແດງຮູບພາບຢ່າງສົມກຽດດ້ວຍຫົວຂໍ້ວ່າ: “ປະທານ ໂຮ່ຈີມິນ ກັບບັນຫາກໍ່ສ້າງ, ປັບປຸງພັກ”. ງານວາງສະແດງຄັ້ງນີ້ ໄດ້ວາງສະແດງ ຮູບພາບ 148 ແຜ່ນ ແລະ ເອກະສານຕ່າງໆເຊິ່ງໄດ້ແບ່ງເປັນ 3 ພາກສ່ວນຕົ້ນຕໍຄື: ປະທານ ໂຮ່ຈີມິນ - ຜູ້ສ້າງຕັ້ງພັກກອມມູນິດຫວຽດນາມ, ປະທານ ໂຮ່ຈີມິນ ກັບບັນຫາກໍ່ສ້າງ, ປັບປຸງພັກ ແລະ ບັນດາຮູບພາບກ່ຽວກັບພັກກອມມູນິດຫວຽດນາມ, ອົງຄະນະພັກແຂວງ ຢາລາຍ ກໍ່ສ້າງ, ປັບປຸງພັກຕາມແນວຄິດຂອງປະທານ ໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ. ຜ່ານງານວາງສະແດງຄັ້ງນີ້ ໄດ້ປະກອບສ່ວນປຸກລະດົມ, ຂົນຂວາຍປະຊາຊົນທຸກຊັ້ນວັນນະ ຍູ້ແຮງພາລະກິດກໍ່ສ້າງ, ປັບປຸງພັກ, ຍົກສູງກຳລັງການນຳພາ, ກຳລັງສູ້ຮົບຂອງພັກ, ສະກັດກັ້ນການຊຸດໂຊມດ້ານຄຸນສົມບັດ, ແບບແຜນດຳລົງຊີວິດ ແລະ ເສີມຂະຫຍາຍບົດບາດປະຈັນບານ, ເປັນແບບຢ່າງຂອງສະມາຊິກພັກແຕ່ລະຄົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງພັກ ກັບໝູ່ມະຫາຊົນ ເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ 14 ທີ່ອົງຄະນະພັກແຂວງ ຢາລາຍໄດ້ວາງອອກຢ່າງມີໄຊ. ງານວາງສະແດງຈະແກ່ຍາວຮອດວັນທີ 25/5.