ດານັ້ງຈະຈັດຕັ້ງການຍິງບັ້ງໄຟດອກສາກົນປີ 2017 |
(vovworld)- ເນື່ອງໃນໂອກາດວັນບຸນໃຫຍ່ຂອງຫວຽດນາມຄືວັນປົດປ່ອຍພາກໃຕ້ຄືວັນທີ 30/4 ແລະ ວັນກຳມະກອນສາກົນວັນທີ 1/5, ຄາດວ່າຈຳນວນແຂກທ່ອງທ່ຽວຈະມາຢ້ຽມຢາມດານັ້ງຈະເພີ່ມຂຶ້ນຫຼາຍ ຊຶ່ງຈະບັນລຸປະມານ 21.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 11% ເມື່ອທຽບໃຫສ່ໄລຍະດຽວກັນຂອງປີກາຍ. ໃນໂອກາດນີ້, ຢູ່ດານັ້ງກໍຈັດຕັ້ງການຍິງບັ້ງໄຟດອກສາກົນປີ 2017 ພ້ອມກັບບັນດາລາຍການສະແດງສິລະປະຢູ່ຕາມທ້ອງຖະໜົນ, ງານບຸນອາຫານການກິນສາກົນ…ເພື່ອຮັບໃຊ້ແຂກທ່ອງທ່ຽວ.