ບັນດາການເຄື່ອນໄຫວຟົດຟື້ນ ຕອບສະໜອງ ວັນສາກົນ ຜູ້ອາສາສະໜັກ

(VOVWORLD) -ແຕ່ວັນທີ 1-4 ທັນວາ 2018, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ສູນອາສາສະໝັກແຫ່ງຊາດ, ບໍລິສັດການບິນ Vietjet ໄດ້ສົມທົບກັນຈັດຕັ້ງບັນດາເຫດການພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນຜູ້ອາສາສະໝັກ (5 ທັນວາ). 

ນັ້ນແມ່ນບັນດາເຫດການ ງານບຸນອາສາສະໝັກແຫ່ງຊາດ 2018 “ວຽກດີແຕ່ລະມື້”, ລາງວັນ ອາສາສະໝັກແຫ່ງຊາດ 2018 ແລະ ງານມະໂຫລານບັນດາສະໂມສອນ, ກອງ, ກຸ່ມອາສາສະໝັກທົ່ວປະເທດຄັ້ງທີ 1. ເຫດການປີນີ້ຄາດວ່າຈະຈັດຂຶ້ນທີ່ ເຂດໜອງຮ່ວານກ໋ຽມ (ຮ່າໂນ້ຍ) ໂດຍມີການເຂົ້າຮ່ວມຂອງຜູ້ອາສາສະໝັກ ຫວຽດນາມ ແລະ ສາກົນ ກວ່າ 5.000 ຄົນ. ຄະນະຈັດຕັ້ງຈະຈັດພິທີມອບລາງວັນ, ເຊີດຊູ ອົງການຈັດຕັ້ງ 10 ອົງການ ແລະ 10 ບຸກຄົນ ທີ່ໄດ້ຮັບລາງວັນ ຜູ້ອາສາສະໝັກແຫ່ງຊາດ 2018; ເຊີດຊູ ແລະ ມອບໃບຢັ້ງຢືນໃຫ້ແກ່ 100 ສະໂມສອນ, ກອງ, ກຸ່ມອາສາສະໝັກ ທີ່ມີການອຸທິດສ່ວນຢ່າງດີເດັ່ນໃນການເຄື່ອນໄຫວ ອາສາສະໝັກເພື່ອຊຸມຊົນ.

ໂອກາດນີ້, Vietjet ຈະຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ໃຫ້ແກ່ຊຸມຊົນ ຄື ມອບກອງທຶນ “ສ້າງຄວາມໄຝ່ຝັນ” ໃຫ້ນັກຮຽນຊົນເຜົ່າສ່ວນໜ້ອຍທີ່ປະສົບຄວາມຫຍຸ້ງຍາກ ຂອງ ແຂວງ ຮ່າຢາງ; ມອບຂອງຂັວນໃຫ້ອ້າຍ ຫງວຽນດິ່ງຕ່າຍ, ທະຫານປ້ອງກັນຊາຍແດນແຂວງ ແງ້ອານ ຖືກບາດເຈັບເມື່ອປະຕິບັດໜ້າທີ່; ສົມທົບກັບ ໜັງສືພິມ Giao thong (ແປວ່າ ຈາລະຈອນ) ສ້າງລາຍການ ປະພຶດມາລະຍາດໃນການຂີ່ຍົນ.

ຕອບກັບ

ຂ່າວ/ບົດ​ອື່ນ