ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມສຸດຍອດ NATO

(VOVWORLD) -ວັນທີ 11 ກໍລະກົດ, ຢູ່ນອກກອງປະຊຸມສຸດຍອດ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ນະຄອນຫຼວງ ບຣຸກແຊນ ປະເທດແບນຊິກ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau  ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການປຶກສາຫາລື ກ່ຽວກັບຄວາມເຄັ່ງຕຶງ ດ້ານການຄ້າສອງຝ່າຍ. 

ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມສຸດຍອດ NATO  - ảnh 1ບັນດາການນໍາປະເທດສະມາຊິກ  NATO ຖ່າຍຮູບນໍາກັນທີ່ກອງປະຊຸມສຸດຍອດ NATO ຢູ່ນະຄອນຫຼວງ ບຣຸກແຊນ ປະເທດແບນຊິກ 

(ພາບ:AFP/TTXVN)

ການນໍາສອງທ່ານ ໄດ້ປຶກສາຫາລື ເຖິງຄວາມມານະພະຍາຍາມຮັກສາສັນຍາການຄ້າເສລີ ອາເມລິກາເໜືອ (NAFTA). ແຫຼ່ງຂ່າວຈາກຫ້ອງວ່າການນາຍົກລັດຖະມົນຕີ Justin Trudeau  ຢັ້ງຢືນວ່າ ການປຶກສາຫາລື ໄດ້ດໍາເນີນ “ຢ່າງຕັ້ງໜ້າ” ແຕ່ບໍ່ປະກາດຂໍ້ມູນລະອຽດຕື່ມອີກ.

        ແລະກໍໃນວັນທີ 11 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ກໍໄດ້ພົບກັນຢູ່ນອກກອງປະຊຸມສຸດຍອດ NATO ເຊັ່ນດຽວກັນ. ກ່າວຄໍາເຫັນທີ່ການປະຊຸມຂ່າວຮ່ວມ ພາຍຫຼັງການພົບປະສອງຝ່າຍ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຕີລາຄາການພົບປະໄດ້ດໍາເນີນໄປຢ່າງດີງາມ, ພ້ອມທັງໃຫ້ຮູ້ວ່າ ໄດ້ປຶກສາຫາລື ກ່ຽວກັບບັນດາບັນຫາຄ່າໃຊ້ຈ່າຍດ້ານການທະຫານ, ການຄ້າ ແລະ ທໍ່ສົ່ງນໍ້າມັນອາຍແກັດ ຢູ່ທາງທິດເໜືອຂອງລັດເຊຍ ກັບ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ສ່ວນ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ກໍຢັ້ງຢືນວ່າ ວໍຊິງຕັນ ແລະ ແບັກແລັງ ຍັງແມ່ນຄູ່ຮ່ວມມືທີ່ດີ ແລະ ມີຄວາມປາຖະໜາຢາກຮັກສາການຮ່ວມມືໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ