ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນປົດປ່ອຍພາກໃຕ້


ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນປົດປ່ອຍພາກໃຕ້  - ảnh 1
(ພາບ​ປະ​ກອບ)

(vovworld)- ວັນ​ທີ 20/4, ຄະ​ນະ​ຈັດ​ຕັ້ງ​ບັນ​ດາ​ວັນ​ບຸນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງວິ​ຫານ​ບູ​ຊາ ຫງວຽນ​ຮິ້ວ​ແກງ ທີ່​ເມືອງ 9 ນະ​ຄອນ​ໂຮ່​ຈິ​ມິນ, ນິີ້​ແມ່ນ​ໜຶ່ງໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ 40 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ , ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພ​າບ( 30/4) . ໃນ​ຂະ​ນະ​ນັ້ນ, ແຕ່​ວັນ​ທີ 17-20/4, ກະ​ຊວງວັດ​ທະ​ນະ​ທຳ​ ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ​ ກິ​ລາ ແລະ ທ່ອງ​ທ່ຽວແຂວງ ກວາງ​ຈິ ຈັດ​ງານ​ມະ​ໂຫລານ​ສະ​ແດງ​ສິ​ລະ​ປະ​ມະ​ຫາ​ຊົນ ດ້ວຍ​ຫົວ​ເລື່ອງ “ທຳ​ນອງ​ເພງ​ຂອງ​ປະ​ເທດ​ຊາດ” ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ 19 ຄະ​ນະ​ສິ​ລະ​ປະ​ກອນ​ທີ່​ມາ​ຈາກ​ບັນ​ດາ​ແຂວງ ແລະ ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ໃນ​ຂະ​ນະ​ດຽວ​ກັນ, ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຫວຽດ​ນາມ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຈັດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ຕົວ​ພະ​ຍານ​ປະ​ຫວັດ​ສາດ.
ຂ່າວ/ບົດ​ອື່ນ