ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ - ảnh 1
ສະ​ໜາມຫຼວງ 16/4 ຢູ່​ແຂວງ ນີງ​ທ້ວນ
(ພາບປະ​ກອບ)

(vovworld) - ວັນ​ທີ 16/4, ​ແຂວງ​ນິງທວ້ນ ​ໄດ້ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ ສະ​ເຫຼີມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ​ນິງທວ້ນ ຢ່າງສົມ​ກຽດ (16/4/1975-16/4/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ​ໂຮມ​ຊຸມນຸມ​, ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ : ​ໃນ​ການ​ບຸກ​ໂຈມ​ຕີຄັ້ງ​ໃຫຍ່ ​ແລະ ລຸກ​ຮື້​ຂຶ້ນ​ລະດູບານ​ໃໝ່​ປີ 1975 ​ເຫດການ​ປົດ​ປ່ອຍ​ແຂວງ​ນິງທວ້ນ ​ໃນ​ວັນ​ທີ 16/4/1975 ​ແມ່ນ​ປະຫວັດສາດ​ທີ່​ສະຫງ່າ​ລາສີ​, ​ແມ່ນ​ສັນຍາ​ລັກ​​ແຫ່ງນ້ຳ​ໃຈ​ຮັກ​ຊາດ, ລັດທິ​ວິລະ​ຊົນ​ປະຕິວັດ, ປະກອບສ່ວນ​​ເຂົ້າ​ໃນ​ໜ້າ​ປະຫວັດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ ຫວຽດນາມ ​ຂຶ້ນ​ຕື່ມ.

      ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍນະຄອນ ຟານຣາງ-ທາດ​ຈາມ, ​ແຂວງ​ນິງທວ້ນ​ເປັນ​ກຽດ ​ໄດ້ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ຈາກພັກ ​ແລະ ລັດ ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ນາຍົກລັດຖະມົນຕີວ່າ​​ເປັນ​ຕົວ​ເມືອງ​ອັນ​ດັບ2.

      ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນປົດ​ປ່ອຍ​ພາກ​ໃຕ້​, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ( 30/4/1975-30/4/2015 ), ວັນ​ທີ 16/4 ຢູ່​ຫໍພິພິດທະພັນບັ້ນ​ຮົບ ​ໂຮ່ຈີ​ມິນ​, ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ໄຂງານ​ວາງ​ສະ​ແດງ “40 ປີ - ລະດ​ູບານ​ໃໝ່​ມະຫາ​ໄຊ”. ງານ​ວາງສະ​ແດງ​ໄດ້​​ແນະນຳ​ຮູບ​ຖ່າຍ, ວັດຖຸ​ພັນ ​ແລະ ​ເອກະ​ສານ​ວິທະຍາສາດ​ນັບ​ຮ້ອຍ​ຢ່າງ​ກ່ຽວ​ກັບ​ບັ້ນ​ຮົບ ​ໂຮ່ຈີ​ມິນ ປະຫວັດສາດ, ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ການລຸກ​ຮືຂຶ້ນ​ລະດູບານ​ໃໝ່​ປີ 1975.

      ​ໃນ​ຂະນະ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຫວຽດນາມ - 40 ປີ​ແຫ່ງ​ວັນ​ເອກະ​ພາບ, ພັດທະນາ ​ແລ​ະ ​ເຊື່ອມ​ໂຍງ” ຈະ​ຖືກ​ຈັດ​ຕັ້ງ​ຢູ່​ນະຄອນ ຖູ​ເຢົາ​ໝົດ, ​ແຂວງບີ່​ງ​ເຢືອງ ​ໃນ​ວັນ​ທີ 25 – 26/4/2015. ກ່ວາ 300 ບົດ​ທາ​ບທາມ​ຄວາມ​ເຫັນ, ​ໃນ​ນັ້ນມີ 15

 

ບົດ​ຂອງ​ບັນດາ​ນັກຮຽນ​ຮູ້​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຝຮັ່ງ, ອົດ​ສະ​ຕາ​ລີ, ຈີນ, ຍີ່ປຸ່ນ… ​ໄດ້​ຝາກ​ເຖິງ​ກອງ​ປະຊຸມ​ສຳ​ມະ​ນາ. ​ມີ​ເອກະສານ​ທີ່​ລ​ຳ້ຄ່າ​ຫຼາຍ​ຢ່າງ​ກ່ຽວ​ກັບ​ບັ້ນ​ຮົບ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝຣັ່ງ ​ແລະ ຈັກກະພັດ​ ອາ​ເມ​ລິ​ກາ ​ແລະ ບັນຫາ​ທະ​ເລ​ຕາ​ເວັນ​ອອກ ກໍ່​ຈະ​ໄດ້​ຮັບ​ການ​ປະກາດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ນີ້.


ຂ່າວ/ບົດ​ອື່ນ