ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄອບຄົວຫວຽດນາມ

(VOVWORLD) -ເນື່ອງໃນໂອກາດວັນຄອບຄົວຫວຽດນາມ 28 ມິຖຸນາ, ວັນທີ 24 ມິຖຸນາ, ສະຫະພັນແມ່ຍິງຫວຽດນາມນະຄອນໂຮ່ຈິມິນ ແລະ ສະຫະພັນຊາວໜຸ່ມຫວຽດນາມນະຄອນໂຮ່ຈິມິນ ໄດ້ຈັດ ວັນຄອບຄົວຫວຽດນາມດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ຟົດຟື້ນໃຫ້ແກ່ບັນດາຄອບຄົວ
ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄອບຄົວຫວຽດນາມ - ảnh 1(ພາບປະກອບ) 

ຄະນະຈັດຕັ້ງໄດ້ຍ້ອງຍໍຊົມເຊີຍ 100 ຄອບຄົວ ວັດທະນະທຳ, ມີຄວາມຜາສຸກ. ວັນຄອບຄົວຫວຽດນາມ ໃນແຕ່ລະປີໄດ້ກາຍເປັນວັນທີມີຄວາມໝາຍສຳຄັນ, ແມ່ນຄວາມງາມທາງດ້ານວັດທະນະທຳຂອງຊາວຫວຽດນາມ. ໃນຂອບເຂດຂອງວັນບຸນ, ມີ 100 ຄອບຄົວຫວຽດນາມໄດ້ເຂົ້າຮ່ວມງານປະກວດການປຸງແຕ່ງອາຫານດ້ວຍຫົວເລື່ອງ “ ຄາບເຂົ້າຂອງຄອບຄົວ ”. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວໄດ້ພົບປະແລກປ່ຽນບົດຮຽນໃນການສ້າງຄອບຄົວທີ່ຜາສຸກ. 

ຕອບກັບ

ຂ່າວ/ບົດ​ອື່ນ