ທະຫານ ຢູແກຼນ
ພາບປະກອບ:internet
|
(vovworld)-ວັນທີ 6/9, ສາທາລະນະລັດປະຊາຊົນ Donetsk ຂະຫນານນາມເອງ ໃຫ້ຮູ້ວ່າ ໂດຍບໍ່ຫົວຊາຕໍ່ບັນດາຂໍ້ຕົກລົງຢຸດຍິງທີ່ີບັນລຸໄດ້ໃນການປະຊຸມຂອງກຸ່ມປຶກສາຫາລືກ່ຽວກັບບັນຫາ ຢູແກຼນ ໃນວັນທີ 5/9 ຢູ່ ນະຄອນ Minsk ປະເທດ Belarus, ກອງທັບ ຢູແກຼນ ສືບຕໍ່ຍິງປືນໃຫຍ່ເຂົ້າ Donetsk ແລະ ສະຖານທີ່ຈຳນວນຫນຶ່ງຂອງບັນດາມືປືນຢູ່ພາກຕາເວັນອອກ ໃກ້ກັບນະຄອນ Mariupol. ໃນຂະນະນັ້ນ ໂຄສົກສະພາປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ ຢູແກຼນ, ທ່ານ Andriy Lysenko ກໍ່ກ່າວຫາກຳລັງທວງເອົາເປັນສະຫະພັນ ໄດ້ທຳລາຍຂໍ້ຕົກລົງຢຸດຍິງ ເມື່ອບຸກໂຈມຕີກຳລັງກອງທັບ ກີແອບ. ທ່ານ Andriy Lysenko ຖະແຫລງວ່າ: ກີແອບ ໄດ້ປະຕິບັດຕາມຂໍ້ຕົກລົງຢຸດຍິງຢູ່ພາກຕາເວັນອອກປະເທດນີ້ ແຕ່ບັນດາມືປືນທ້ອງຖິ່ນ ໄດ້ມີການກະທຳເກາະຜິດຫລາຍຢ່າງ.