ບັນດາຄະນະ,ຂະ ແໜງການ,ທ້ອງຖິ່ນ ຕ່າງໆເບິ່ງແຍງຜູ້ ທຸກຍາກ,ຜູ້ອອກ ແຮງງານໃນໂອກາດ ບຸນປີໃໝ່ປະຈຳຊາດ


ບັນດາຄະນະ,ຂະ ແໜງການ,ທ້ອງຖິ່ນ ຕ່າງໆເບິ່ງແຍງຜູ້ ທຸກຍາກ,ຜູ້ອອກ ແຮງງານໃນໂອກາດ ບຸນປີໃໝ່ປະຈຳຊາດ - ảnh 1

ມອບ​ຂອງ​ຂັວນຢູ່​ແຂວງ​ດົງ​ນາຍ

 (ພາບ: baodongnai.com.vn)

 (vovworld)-ມາ​ຮອດ​ປະຈຸ​ບັນ, ສູນ​ກາງສະພາກາ​ແດງຫວຽດນາມ​ ​ໄດ້​ມອບ​ຂອງຂວັນ​ກ່ວາ 1 ລ້ານ​ພູດ​ໃຫ້​ແກ່​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ, ປຊຊ ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ… ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ປະຈຳ​ຊາດ-ປີ​ມະ​ເມຍ 2014. ທ່ານ​ດ່ວນ​ວັນ​ທາຍ, ຮອງ​ປະທານ ທັງ​ເປັນ​ເລຂາທິການ​ໃຫ່ຍສູນ​ກາງສະພາກາ​ແດງຫວຽດນາມ​ ​ຢືນຢັນ​ວ່າ:

  “​ແຕ່​ນີ້​ຮອດ​ວັນ​ທີ 30 ຂອງ​ບຸນ​ເຕັດ, ສະພາກາ​ແດງ​ຫວຽດນາມ ຂັ້ນຕ່າງໆສືບ​ຕໍ່​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​​ໃຫ້ບັນດາ​ເປົ້າໝາຍ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຫວັງ​ວ່າ, ​ໃນ​ຈຸດ​ເວລາກ່ອນບຸນ​ເຕັດ​, ຈະ​ມອບ​ຂອງຂວັນ​ໄດ້​ປະມານແຕ່​ 200.000 ​ເຖິງ 300.000 ພູດ. ດ້ວຍ​ຈຳນວນ​ເງິນ​ສະໜັບສະ​ໜູນ​ຂອງ​ບັນດາ​ອົງການ​ຈັດຕັ້ງສາກົນ​ກໍ່​ຄື​ຈຳນວນ​ເງິນ​ທີ່​ພວກ​ຂ້າພະ​ເຈົ້າຂົນ​ຂວາ​ຍນັບແຕ່​ກ່ອນ, ​ແນ່ນອນ​ວ່າ​ຈະ​ບັນລຸ​ໄດ້​ຂອງຂວັນ 1.300.000 ພູດ“.

ບັນດາຄະນະ,ຂະ ແໜງການ,ທ້ອງຖິ່ນ ຕ່າງໆເບິ່ງແຍງຜູ້ ທຸກຍາກ,ຜູ້ອອກ ແຮງງານໃນໂອກາດ ບຸນປີໃໝ່ປະຈຳຊາດ - ảnh 2
(ພາບ: http://laodong.com.vn)

   ຕອນ​ຄ່ຳ​ວັນ​ທີ 25/1, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ງານ​ພົບ​ປະ​ສ້າງສັນ “ຄອບຄົວ​ກຳມະບານ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 500 ຄອບຄົວ​ກຳມະກອນຜູ້​ອອກ​ແຮ​ງງານພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຕ່​ຍັງ​ມານະ​ພະຍາຍາມ​ປະຕິບັດ​ໜ້າ​ທີ່​ສຳ​ເລັດເປັນ​ຢ່າງ​ດີ. ​ແຕ່​ລະ​ຄອບຄົວ​ກຳມະກອນ​ໄດ້​ຮັບ​ຂອງຂວັນ​ພູດ 1 ລວມມູນຄ່າ 700.000 ດົ່ງ. ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ:

  “ກ້າວ​ເຂົ້າສູ່​ປີ 2014, ການ​ນຳ​ນະຄອນ​ເຊື່ອໝັ້ນ ​ແລະ ຫວັງ​ວ່າ, ບັນດາ​ອ້າຍ​ເອື້ອຍ​ນ້ອງ​ກຳມະກອນ​ຜູ້​ອອກ​ແຮງ​ງານ​ຈະ​ສືບ​ຕໍ່ອອກ​ແຮງ​ຮ່ຳຮຽນ​ຍົກ​ສູງ​ລະດັບ ຄວາມ​ຮູ້​ດ້ານ​ການ​ເມືອງ, ວິຊາການ, ວິຊາ​ສະ​ເພາະ, ປະກອບ​ສ່ວນສ້າງ​ຊົນ​ຊັ້ນກຳມະກອນ​ເຕີບ​ໃຫ່ຍ​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ກຳລັງ​ການ​ເມືອງ​ນັບ​ມື້​ນັບ​ພັດທະນາ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ຖັນ​ແຖວ​ກຳມະກອນ​ຜູ້​ອອກ​ແຮ​ງງານ“.

  ​ໃນ​ໂອກາດບຸນປີ​ໃໝ່​ປະຈຳ​ຊາດປີ​ນີ້, ສະພາກາ​ແດງ​ນະຄອນ​ດ່າ​ນັງ​ ໄດ້​ມອບ​ຂອງຂວັນ​ເກືອບ 16.000 ພູດ ລວມມູນ​ຄ່າ​ກ່ວາ 5 ຕື້​ດົ່ງ​ໃຫ້​ແກ່​ຄົນ​ທຸກ​ຍາກ, ຄອບຄົວ​ນະ​ໂຍບາຍ, ​ເດັກພິການ…

   ວັນທີ 25/1, ສະພາ​ເຍົາວະ​ຊົນ​ແຂວງ​ດັກ​ລັກ ​ໄດ້​ຈັດ​ງານບຸນ “ຂົນຕົ້ມສີຂຽວ“ ​ແລະ ມອບ​ເຂົ້າຕົ້ນ 15.000 ອັນ ​ໃຫ້​ເດັກ​ທຸກ​ຍາກ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່ປະຈຳ​ຊາດ. ສ່ວນ​ຄະນະ​ຊີ້​ນຳ​ໄຕ​ງວຽນ ​ໄດ້​ໜູນ​ຊ່ວຍຈຳນວນ​ເງິນ 1 ຕຶ້ດົ່ງ​ເພື່ອ​ໃຫ້​ແ​ຂວງ​ເລິ​ມດົງ​ມອບ​ຂອງຂວັນ​ໃຫ້​ຄອບຄົວ​ທຸກ​ຍາກ​ໃນ​ບໍລະ​ເວນ​ແຂວງ. ​ແຂວງ​ເລິ​ມດົງ ​ຍັງ​ຫັກ​ຈາກ​ງົບປະມານ​ແຂວງ​ຈຳນວນ​ເງິນ 15 ຕື້​ດົ່ງ​ເພື່ອ​ເບິ່ງ​ແຍງ​ 90.000 ຄອບຄົວ​ທຸກ​ຍາກ, ຄອບຄົວ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ…​​ໃນ​ໂອກາ​ດບຸນ​ເຕັດ./.

ຂ່າວ/ບົດ​ອື່ນ