ບັນດາທ້ອງຖີ່ນຈັດຕັ້ງບຸນວັນເພງ ເດືອນ 8 ໃຫ້ແກ່ເຍົາວະຊົນ

ບັນດາທ້ອງຖີ່ນຈັດຕັ້ງບຸນວັນເພງ ເດືອນ 8 ໃຫ້ແກ່ເຍົາວະຊົນ - ảnh 1
(ພາບປະກອບ)

(vov) - ຕອນ​ຄຳ່​ວັນ​ທີ 28/9, ຢູ່​ເມືອງ​ດົງ​ແອ​ງ, ຄະນະ​ກຳມະການປະຊາຊົນ​ນະຄອນຮ່າ​ໂນ້ຍ ​ໄດ້​ຈັດ ”ງານ​ລາຕີ​ໄຫວ້​ພະຈັນ 2012”. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ພ້ອມ​ກັບ​ການ​ນຳ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຄະນະ​ກຳມະການປະຊາຊົນ​ນະຄອນຮ່າ​ໂນ້ຍ ​ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ພວກ​ຫຼານ​ເຍົາວະ​ຊົນ​ທີ່​ຕ່າງ​ໜ້າ​ໃຫ້​ແກ່​ເຍົາວະ​ຊົນ​ເມືອງ, ສູນ​ອຸປະກະລະ​ເມືອງດົງ​ແອ​ງ.

ຕອນ​ຄຳ່​ວັນ​ທີ 28/9 ສູນ​ອຸປະ​ກະ​ລະ​ສັງຄົມ​ແຂວງ​ຫາຍ​ເຢືອງ ກໍ່​ໄດ້​ຈັດ​ບຸນວັນ​ເພງ​ເດືອນ 8 ”​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ​ໃຫ້​ແກ່​ເດັກ​ພິການ, ​ເດັກ​ກຳພ້າ, ​ເດັກນ້ອຍ​ທີ່​ຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ 600 ຄົນ. ​ໃນ​ລະຫວ່າງ​ວັນ​ທີ 26-28/9, ຄັງ​ອຸປະ​ກະລະ​ເດັກນ້ອຍ​ແຂວງ​ດົ່ງ​ນາຍ ກໍ່​ຈັດ​ຕັ້ງ​ການ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ເດັກນ້ອຍ​ທີ່​ທຸກ​ຍາກ 380 ຄົນ.

        ສ່ວນ​ຢູ່​ວຽງ​ຈັນ, ຕອນ​ຄຳ່​ວັນ​ທີ 28/9, ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສຢູ່​ນະຄອນຫຼວງ​ວຽງ​ຈັນ ​ກໍ່​​ໄດ້ສົມທົບ​ກັບ​ໂຮງຮຽນ​ອະນະ​ບານ - ​ໂຮງຮຽນປະຖົມ ​ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ​ຫງວຽນ​ຢູ ຈັດ​ຕັ້ງ​ງານ​ລາຕີ​ໄຫວ້​ພະຈັນ​ໃຫ້​ແກ່​ເດັກນ້ອຍ​ເຍົາວະ​ຊົນ​ຢູ່​ລາວ. ທ່ານ Pham Van Khanh ທີ່​ປຶກສາ​ດ້ານ​ວັດທະນະທຳ ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ມອບ​ຂອງຂວັນ​ໃຫ້​ພວກ​ຫຼານ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ ໄກ້​ສິດ​ຕິດ​ແທດ​ຂອງ​ການ​ນຳ​ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ຄະນະ​ອຳນວຍ​ການ​ໂຮງຮຽນ, ​ໂຮງຮຽນຫງວຽນ​ຢູ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ໂຮງຮຽນ​ທີ່​ບັນລຸ​ຄຸນ​ນະພາ​ບສູງ​ຂອງ​ນະຄອນຫຼວງ​ວຽງ​ຈັນ  ​ເວົ້າ​ສະ​ເພາະ ​ແລະ ຂອງ​ລາວ ​ເວົ້າ​ລວມ.

 

ຂ່າວ/ບົດ​ອື່ນ