ບັນດາທ້ອງຖິ່ນປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ບັນດາທ້ອງຖິ່ນປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ  1992 ສະບັບປັບປຸງ - ảnh 1
ພາບປະກອບ
(vovworld)-  ວັນ​ທີ 25/2, ຄະນະ​ກຳມະການ​ແນວ​ໂຮມປະ​ເທດ​ຊາດ ຫວຽດນາມ ​ແຂວງ ຟູ​ອຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ຕໍ່​ບັນດາ​ເນື້ອ​ໃນ​ຄື: ລະບອບ​ການ​ເມືອງ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ​ເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ; ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ກົງຈັກ​ລັດ… ທ່ານ​ຫງວຽນ​ວັນ​ມີນ, ປະທານ​ສະມາຄົມ​ນັກ​ຂ່າວ ​ແຂວງ ຟູ​ອຽນ ສະ​ເຫ​ນີວ່າ: ​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄວນ​ສ້າງ​ພາກ​ສະ​ເພາະ​ເວົ້າ​ເຖິງ​ພັກ, ການຈັດ​ຕັ້ງ​ພັກ, ບົດບາດນຳ​ພາ​ຂອງ​ພັກ​ທີ່ມີຕໍ່​ສັງຄົມ ແລະ ​ປະຊາຊົນ. ທ່ານ ຫງວຽນ​ເຮືອງ​ເກ​ວ, ຫົວຫນ້າ​ຄະນະ​ທະນາຍຄວາມ​ແຂວງ ຟູ​ອຽນ ມີຄຳ​ເຫັນ​ວ່າ: ​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄັ້ງ​ນີ້ ​ເນັ້ນ​ຫນັກ​ເຖິງ​ສິດທິ​ມະນຸດ, ສະ​ແດງ​ລັກສະນະປະຊາທິປະ​ໄຕ ​ເຄົາລົບ, ສິດທິ​ມະນຸດ.

ສ່ວນ​ຢູ່​ແຂວງ ຈາ​ວີ​ງ, ສະຫະພັນ​ແມ່ຍິງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ຈາກບັນດາ​ຜູ້​ແທນ​ຊຶ່ງ​ແມ່ນ​ພະນັກງານ, ລັດຖະກອນ, ສາສະຫນາ, ພະນັກງານ ຊາວ​ເຜົ່າ​ຂະ​ແມ ​ເພື່ອ​ປະ​ກອບ​ຄຳ​ເຫັນ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

 

 

 

 

ຂ່າວ/ບົດ​ອື່ນ