ບັນດາປະຕິກິລິຍາກົງກັນຄ້າມຂອງຫາງສຽງຕໍ່ໜ້າວິກິດການຊາວອົບພະຍົບເຂົ້າເມືອງເອີລົບ

ບັນດາປະຕິກິລິຍາກົງກັນຄ້າມຂອງຫາງສຽງຕໍ່ໜ້າວິກິດການຊາວອົບພະຍົບເຂົ້າເມືອງເອີລົບ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 12/09, ມີ​ເຮືອ​ຂົນສົ່ງ​ຊາວ​ອົບ​ພະຍົບຫຼາຍ​ລຳ​ ​ໄດ້ເຂົ້າ​ທຽບ​ທ່າ​ເກາະ Lesbos ຂອງ​ເກຼັກ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ​ໄດ​​​້ມີ​ຊາວ​ອົບ​ພະຍົບ ກວ່າ 430.000 ຄົນເຂົ້າ​ເມືອງເອີ​ລົບ, ​ເຊິ່ງ​ແມ່ນ​ຕົວ​ເລກ​ສູງ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໄສ່ປີ 2014. ບັນດາ​ການ​ນຳ​ສະຫະພາບ​ເອີ​ລົບ ພວມ​ມານະ​ພະຍາຍາມ​ຊອກ​ຫາ​ສຽງ​ເວົ້າ​ລວ​ມ​ເພື່ອ​​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບນີ້, ​ໃນ​ຂະນະ​ທີ່ຫາງ​ສຽງ​ຢູ່​ແຕ່ລະ​ປະ​ເທດ​ມີ​ປະຕິກິ​ລິ​ຍາ​ທີ່​ກົງກັນ​ຄ້າມ. ຢູ່​ສະ​ໂລ​ວາ​ກີ ​ໄດ​​້ຈັດການ​​​ເດີນຂະ​ບວນປະ​ທ້ວງພ​້ອມ​ກັນ​ຂອງ​ຜູ້​ສະໜັບສະໜູນ ​ແລະ ຜູ້ຄັດຄ້ານ​ຊາວ​ອົບ​ພະຍົບ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ​ຢູ​ໂປ​ໂລ​ຍ, ມີ​ຜູ້​​​ເດີນຂະ​ບວນນັບໝື່ນ​ຄົນ ຄັດ​ຄ​​້ານ​ເລື່ອງ​ຕ້ອນຮັບ​ຊາວ​ອົບ​ພະຍົບ​ເຂົ້າ​ເມ​ືອງປະ​ເທດ​ນີ້ຕື່​ມ​ອີກ.

        ​ໃນ​ຂະນະ​ນັ້ນ, ຢູ່​ອັງກິດ​, ​​ແອດ​ສະປາຍ ມີ​ຜູ້​​ເດີນ​ຂະ​ບວນ​​ສະໜັບສະໜູນ​ການຕ້ອນຮັບ​​ຊາວ​ອົບ​ພະຍົບ.

ຂ່າວ/ບົດ​ອື່ນ