ບັນ​ດາ​ປະ​ເທດ ອີ​ຢູ ເນ​ລະ​ເທດ​ນັກ​ການ​ທູດຫຼາຍ​ທ່ານ​ຂອງ​ລັດ​ເຊຍ

(VOVWORLD) -      ໃນຊຸມວັນຜ່ານມາ, ບັນດາປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ລວມມີ ສາທາລະນະລັດ ເຊັກໂກ, ແບນຊິກ, ໂຮນລັງ ແລະ ອາຍເຊີແລນ ໄດ້ອອກແຈ້ງການຢ່າງຕໍ່ເນື່ອງກ່ຽວກັບການເນລະເທດນັກການທູດ ລັດເຊຍ ຍ້ອນສົງໄສວ່າເປັນນັກສືບສອດແນມ, ກໍຄື ສະແດງອອກໃຫ້ເຫັນການສົມທົບກັນໃນການຈັດວາງຄຳສັ່ງລົງໂທດ ມົດສະກູ ໃນສະພາບທີ່ຄວາມເຄັ່ງຕຶງຍັງສືບຕໍ່ເກີດຂຶ້ນຢູ່ ຢູແກຼນ.
ບັນ​ດາ​ປະ​ເທດ ອີ​ຢູ ເນ​ລະ​ເທດ​ນັກ​ການ​ທູດຫຼາຍ​ທ່ານ​ຂອງ​ລັດ​ເຊຍ - ảnh 1                                    (ພາບປະກອບ:  theglobepost)

  ການຜັນແປຫຼ້າສຸດ, ວັນທີ 29 ມີນາ, ທ່ານ Sophie Wilmes ລັດຖະມົນຕີການຕ່າງປະເທດ ແບນຊິກ ແຈ້ງໃຫ້ຊາບວ່າ ປະເທດນີ້ພວມດຳເນີນການເນລະເທດນັກການທູດ 21 ທ່ານຂອງລັດເຊຍ ທີ່ຖືກສົງໃສວ່າເປັນນັກສືບສອດແນມ. ນີ້ກໍແມ່ນການກະທຳຂອງ ບຣຸກແຊນ ເພື່ອແນໃສ່ສົມທົບກັບ ໂຮນລັງ, ປະເທດນີ້ກໍພວມເນລະເທດນັກການທູດ 17 ທ່ານຂອງ ລັດເຊຍ. ໃນວັນດຽວກັນ, ອາຍເຊີແລນ ກໍໄດ້ເນລະເທດນັກການທູດ 4 ທ່ານຂອງ ລັດເຊຍ. ອາທິດແລ້ວນີ້, ໂປໂລຍ ກໍໄດ້ເນລະເທດນັກການທູດ 45 ທ່ານຂອງລັດເຊຍ ຍ້ອນຄຳກ່າວຫາວ່າມີການເຄື່ອນໄຫວສືບແນມ. ບັນດາປະເທດອື່ນຄື ບຸນກາຣີ, ລັດເວຍ, ແອັດສະໂຕເນຍ ແລະ ລິດວາ ກໍໄດ້ເນລະເທດນັກການທູດຂອງລັດເຊຍ ເຊັ່ນດຽວກັນ.

        ເພື່ອຕອບໂຕ້ການກະທຳດັ່ງກ່າວ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຕັດສິນໃຈເນລະເທດພະນັກງານການທູດ 10 ທ່ານຂອງ ລິດວາ, ລັດເວຍ ແລະ ແອັດສະໂຕເນຍ.

        ໄລ່ມາຮອດປັດຈຸບັນ, ບັນດາປະເທດໄດ້ເນລະເທດພະນັກງານ, ພາລະກອນການທູດ ລັດເຊຍ ທັງໝົດ 116 ທ່ານ ດ້ວຍຄຳກ່າວຫາວ່າ ມີການເຄື່ອນໄຫວທີ່ໄປຝືນກັບກົດລະບຽບທາງການທູດ. ໂປໂລຍ ພວມແມ່ນປະເທດທີ່ເນລະເທດນັກການທູດ ລັດເຊຍ ຫຼາຍທີ່ສຸດ ດ້ວຍ 45 ທ່ານ.

ນັກຂ່າວ VOV ປະຈຳ ເຊັກໂກ ແລະ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ