ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊຸກ​ຍູ້​ມາດ​ຕະ​ການ​ໃຫ້​ແກ່​ບັນ​ຫາ ມຽນ​ມາ ຢູ່ກອງ​ປ​ະ​ຊຸມ Cebu

(VOVWORLD) - ບັນດາການຜັນແປພາຍຫຼັງການເລືອກຕັ້ງຢູ່ ມຽນມາ ຄາດວ່າຈະແມ່ນເນື້ອໃນຈຸດສຸມຂອງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ທີ່ຈະດຳເນີນແຕ່ວັນທີ 28 – 29 ມັງກອນ ຢູ່ Cebu, ຟີລິບປິນ.
ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊຸກ​ຍູ້​ມາດ​ຕະ​ການ​ໃຫ້​ແກ່​ບັນ​ຫາ ມຽນ​ມາ ຢູ່ກອງ​ປ​ະ​ຊຸມ Cebu - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ  Anwar Ibrahim ມອບບົດບາດປະທານ ອາຊຽນ ໃຫ້ແກ່ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ໃນວັນທີ 28/10/2025 (ພາບ: VOV-Bangkok)

        ກອງປະຊຸມຢູ່ Cebu ແມ່ນເຫດການສຳຄັນເປີດສາກໃຫ້ແກ່ປີ ອາຊຽນ 2026 ດ້ວຍຫົວຂໍ້ “ພ້ອມກັນມຸ່ງໄປເຖິງອະນາຄົດ”. ກອງປະຊຸມໄດ້ດຳເນີນພາຍຫຼັງທີ່ ມຽນມາ ປະຕິບັດໄລຍະທີ 3 ຂອງການເລືອກຕັ້ງທົ່ວປະເທດໃນວັນທີ 25 ມັງກອນ. ໃນກອງປະຊຸມ, ຄາດຄະເນວ່າ ລັດຖະມົນຕີບັນດາປະເທດ ອາຊຽນ ຈະພິຈາລະນາເລື່ອງແຕ່ງຕັ້ງທູດພິເສດຮັບຜິດຊອບ ມຽນມາ. ກົນໄກດັ່ງກ່າວຫວັງວ່າ ຈະສ້າງຄວາມລຸລ່ວງໃນຄວາມມານະພະຍາຍາມແກ້ໄຂວິກິດການ, ແທນທີ່ເອື້ອຍອີງໃສ່ອາຍຸການປະທານໝູນວຽນປະຈຳປີ. ກອງປະຊຸມຈະຕີລາຄາຄືນວິວັດທະນາການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ກ່ຽວກັບ ມຽນມາ (5PC) ຕື່ມອີກ.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ