ວາລະປະຊຸມຈັດກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ
(VOVWORLD) - ກອງປະຊຸມໃຫຍ່ໄດ້ສະຫງວນໜຶ່ງນາທີອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ບັນດາກຳມະການ ຄະນະບໍລິຫານງານສູນສູນກາງພັກ ຊຸດທີ XIII ທີ່ໄດ້ເຖິງແກ່ມໍລະນະກຳ ໃນສະໄໝທີ XIII.
ຄະນະປະທານວາລະກະກຽມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)
|
ຕອນເຊົ້າວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນວາລະຈັດກຽມຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ. ກ່ອນໄຂວາລະຈັດກຽມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ. ຫຼັງຈາກນັ້ນ, ບັນດາກຳມະການກົມການເມືອງ, ຄະນະເລຂາສູນກາງພັຫ ແລະ ບັນດາຫົວໜ້າຄະນະຜູ້ແທນບັນດາອົງຄະນະພັກຂຶ້ນກັບສູນກາງທີ່ເຂົ້າຮ່ວມກອງປະຊຸມໃຫຍ່ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມໃຫຍ່ໄດ້ສະຫງວນໜຶ່ງນາທີອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ບັນດາກຳມະການ ຄະນະບໍລິຫານງານສູນສູນກາງພັກ ຊຸດທີ XIII ທີ່ໄດ້ເຖິງແກ່ມໍລະນະກຳ ໃນສະໄໝທີ XIII. ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ບໍລິຫານວາລະຈັດກຽມ. ກອງປະຊຸມໃຫຍ່ໄດ້ລົງມະຕິຕົກລົງ ເປັນເອກະພາບຢ່າງສູງ ຮັບຮອງເອົາໂຄງການວາລະຈັດກຽມ, ຂໍ້ກຳນົດໃນການເຮັດວຽກຂອງກອງປະຊຸມໃຫຍ່, ໂຄງການເຮັດວຽກຂອງກອງປະຊຸມໃຫຍ່ ແລະ ຂໍ້ກຳນົດການເລືອກຕັ້ງຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ກອງປະຊຸມໃຫຍ່ ເລືອກຕັ້ງຄະນະປະທານລວມມີ ກຳມະການກົມການເມືອງ 16 ທ່ານ. ກອງປະຊຸມໃຫຍ່ເລືອກຕັ້ງຄະນະເລຂາລວມມີ 5 ທ່ານ ແລະ ຄະນະຕີລາຄາຄຸນລັກສະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ລວມມີ 13 ທ່ານ.