ບັນດາ​ປະ​ເທດ​ຄັດ​ຄ້ານ​ແຜນການ​ໂຮມ​ດິນ​ແດນຝັ່ງ​ຕາ​ເວັນ​ຕົກ​​ແມ່​ນໍ້າ​ຈໍ​ແດນຂອງ ອິດສະຣາ​ແອັນ

(VOVWORLD) -ວັນທີ 07 ກໍລະກົດ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຣັບ ໄດ້ປະຊຸມອອນລາຍ, ປຶກສາຫາລືກ່ຽວກັບແຜນການໂຮມດິນແດນຝັ່ງຕາເວັນຕົກແມ່່ນໍ້າຈໍແດນຂອງ ອິດສະຣາແອັນ ແລະ ຍົກອອກຫຼັກໝັ້ນເປັນເອກະພາບກ່ຽວກັບແຜນການດັ່ງກ່າວ.
ບັນດາ​ປະ​ເທດ​ຄັດ​ຄ້ານ​ແຜນການ​ໂຮມ​ດິນ​ແດນຝັ່ງ​ຕາ​ເວັນ​ຕົກ​​ແມ່​ນໍ້າ​ຈໍ​ແດນຂອງ ອິດສະຣາ​ແອັນ - ảnh 1ເຂດຕັ້ງຖິ່ນຖານຢູ່ Maale Adumim ຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກແມ່ນໍ້າຈໍແດນ (ພາບປະກອບ: AFP/TTXVN)

         ໃນຖະແຫຼງການສິ້ນສຸດກອງປະຊຸມ ໄດ້ປະຕິເສດຕໍ່ເລື່ອງ ອິດສະຣາແອັນ ຈະໂຮມບໍ່ວ່າເຂດດິນແດນໃດຂອງ ປາແລັດສະຕິນ; ພ້ອມທັງ ຮຽກຮ້ອງ ໃຫ້ ອິດສະຣາແອັນ ສ້າງສັນຕິພາບ ແລະ ເນັ້ນໜັກວ່າ ສິ່ງດັ່ງກ່າວ ພຽງແຕ່ບັນລຸໄດ້ໂດຍຜ່ານການເຈລະຈາກັບຊາວ ປາແລັດສະຕິນ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ ໂດຍອີງໃສ່ມາດຕະການແກ້ໄຂຂອງສອງປະເທດ ເທົ່ານັ້ນ. ລັດຖະມົນຕີການຕ່າງປະເທດ ອາຣັບ ຖືວ່າ ການຢຶດຄອງດິນແດນຂອງ ອິດສະຣາແອັນ ແມ່ນລະເມີດກົດໝາຍສາກົນ, ທໍາລາຍມາດຕະການແກ້ໄຂຂອງສອງປະເທດ ແລະ ບັນດາຄວາມມານະພະຍາຍາມທັງໝົດທີ່ແນໃສ່ໃຫ້ບັນລຸໄດ້ພື້ນຖານສັນຕິພາບ.

        ບັນດາປະເທດ ອາຣັບ ຢັ້ງຢືນການສະໜັບສະໜູນ ຊາວ ປະແລັດສະຕິນ ປະຕິບັດບັນດາສິດຖືກຕ້ອງຕາມກົດໝາຍທັງໝົດ, ກ່ອນອື່ນໝົດແມ່ນສິດເສລີ ແລະ ແມ່ນປະເທດເອກະລາດ ດ້ວຍນະຄອນຫຼວງແມ່ນ Jerusalem ຕາເວັນອອກ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນຍົກອອກມາດຕະການຢ່າງຈະແຈ້ງເພື່ອສະກັດກັ້ນການໂຮມດິນແດນຝັ່ງຕາເວັນຕົກແມ່ນໍ້າຈໍແດນ ຂອງ ອິດສະຣາແອັນ.

ງອກແທັກ- ນັກຂ່າວ VOV ປະຈໍາ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ