ບັນດາປະເທດຈີ20ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຕີບໂຕເສດຖະກິດ

ບັນດາປະເທດຈີ20ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຕີບໂຕເສດຖະກິດ - ảnh 1
ກອງປະຊຸມຂອງ ກຸ່ມ ຈີ 20 ຢູ່ ຊຽນໄຮ່, ປະເທດ ຈີນ
(ພາບ:News.cn)

(vovworld) – ວັນ​ທີ 15/4, ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ ຈີ 20 ​ໄດ້​ອອກ​ແຈ້ງ​ການ​ຮ່ວມ ​ໂດຍ​ຢືນຢັນ​ຈະ​ນຳ​ໃຊ້​ທຸກ​ເຄື່ອງມື, ລວມມີ​ນະ​ໂຍຍາຍ​ເງິນຕາ ​ແລະ ການ​ເງິນ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ. ​ແຈ້ງ​ການ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ຂອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ບັນດາ​ປະ​ເທດ​ສະມາຊິກ ຈີ 20 ຢູ່ ວໍ​ຊິງ​ຕັນ (ອາ​ເມ​ລິ​ກາ). ​ແຈ້ງ​ການ​ໃຫ້​ຮູ້​ວ່າ, ບັນດາ​ປະ​ເທດ ຈີ20 ຈະ​ມີ​ວິທີ​ການສະ​ເພາະ ກໍ່​ຄື​ມີ​ການ​ຮ່ວມ​ມື​ເພື່ອ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ເຕີບ​ໂຕ​ເສດຖະກິດ. ຄຽງ​ຂ້າງ​ນັ້ນ, ຈີ 20 ກໍ່​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຈຳກັດ​ການ​ນຳ​ໃຊ້​ອັດຕາ​ແລກປ່ຽນ​ເງິນຕາ, ​ຫຼຸດ​ລາຄາ​ສະກຸນ​ເງິນ​​ເພື່ອ​ຍາດ​ເອົາ​ທ່າ​ແກ່ງ​ແຍ້​ງ​ໃນ​ການ​ສົ່ງ​ອອກ. ​ໃນ​ໂອກາດ​ນີ້, ບັນດາ​ລັດຖະມົນຕີຈີ 20 ກໍ່​ຮຽກຮ້ອງ​ຕໍ່ສູ້​ຕ້ານການ​ໜີ​ພາສີ, ພ້ອມ​ທັງ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​​ໂປ່​ງ​ໃສ​ດ້ານ​ການ​ເງິນ​ຢ່າງ​ມີ​ປະສິດ​ທິຜົນ ​ແລະ ກວ້າງຂວາງ. ຈີ20 ຊຸກ​ຍູ້ “ບັນດາ​ສູນ​ການ​ເງິນ ​ແລະ ອົງການ​ທີ່​ມີ​ສິດ​ອຳນາດ“ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ບັນຊີ​ຢູ່​ຕ່າງປະ​ເທດ.


ຂ່າວ/ບົດ​ອື່ນ