ບັນດາປະເທດບ້ານໃກ້ເຮືອງຄຽງຊອກຫາວິທີການແກ້ໄຂວິກິດການຂອງລີບີ

ບັນດາປະເທດບ້ານໃກ້ເຮືອງຄຽງຊອກຫາວິທີການແກ້ໄຂວິກິດການຂອງລີບີ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) -​ ວັນ​ທີ 01/12, ຢູ່​ນະ​ຄອນ​ຫຼວງ Algiers, ໄດ້​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 7 ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອງ​ຄຽງ ເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ ວິ​ກິດ​ການ​​ການ​ເມືອງຢູ່​ຊີ​ຣີ. ກ່າວ​ຄຳ​ເຫັນ​ກ່ອນ​ທີ​່​ດຳ​ເນີນ​ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ Magjreb, ສະ​​ຫະ​ພາບ​ອາ​ຟະ​ລິ​ກາ​ ແລະ ສະ​ຫະ​ພັນ​ອາ​ຣັບ ຂອງ ອານ​ເຊ​ຣີ Abdelkader Messahel ຖະ​ແຫຼງວ່າ ນ​ີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ອາ​ເຊ​ຣີ ຢືນ​ຢັນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ວິ​ວັດ​ທະ​ນາ​ການ​ເຊິ່ງ​ສະ​ຫະ​ປະ​ຊາ​ຊ​າດ​ພວມ​ປະ​ຕິ​ບັດ ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​​ແຫ່ງ​ຊາດ ມີ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ປະ​ເທດ​ຊາດ ໃນ​ໄລ​ຍະ​ຂ້າມ​ຜ່ານ, ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ​້າ​ທາຍ​ເຊິ່ງ​ລີ​ບີ ພວມ​ປະ​ເຊີນ​ໜ້າ, ໂດຍ​ສະ​ເພາະ​ແມ່ນ​ລັດ​​ທິກໍ່​ການ​ຮ້າຍ. ທ່ານ Messahel ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ທູດ​ພິ​ເສດ​ໃໝ່​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ລີ​ບີ.

ຂ່າວ/ບົດ​ອື່ນ