ບັນດາປະເທດສົ່ງສານອວຍພອນການນຳໃໝ່ຂອງຫວຽດນາມ

ບັນດາປະເທດສົ່ງສານອວຍພອນການນຳໃໝ່ຂອງຫວຽດນາມ - ảnh 1
(ທ່ານ​ ເຈີ່ນດ້າຍ​ກວາງ ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ​
ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ ຫວຽດນາມ)

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ທ່ານ​ ເຈີ່ນດ້າຍ​ກວາງ ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ ຫວຽດນາມ, ວັນ​ທີ 02/04, ທ່ານ ຈູມມ​າລີ ​ໄຊ​ຍະ​ສອນ​ ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ, ທ່ານ ສີ​ຈິ້ນ​ຜິງ ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ ຈີນ ​ແລະ ປະທານາທິບໍດີ​ສະຫະພັນ ລັດ​ເຊຍ ​ໄດ້​ສົ່ງ​ສານອວຍພອນ. ທ່ານ​ປະທານ​ປະ​ເທ​ດ ສປປ ລາວ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ສາມາດ, ບົດຮຽນອັນອຸດົມສົມ​ບຸນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ປະ​ເທດ ສສ ຫວຽດນາມ ຈະ​ສືບ​ຕໍ່​ມີສະຖຽນ​ລະ​ພາບ, ​ເສດຖະກິດ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການຍົກ​ສູງຂຶ້ນ, ບົດ​ບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ນັບ​ມື້​ນັບ​ໄດ້ຮັບ​ການ​ຍົກ​ສູງ​​ໃນເວທີ​ສາກົນ. ​ສ່ວນທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ​ເນັ້ນ​ໜັກ​ວ່າ: ຈີນ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ພ້ອມ​ແລ້ວທີ່​ຈະ​ກັບ ຫວຽດນາມ ມານະ​ພະຍາຍາມ​ສືບ​ຕໍ່ການ​ແລ​ກປ່ຽນ​ຍຸ​ດທະ​ສາດ, ​​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງແທດ​ຈິງ​ໃນ​ທຸກ​ຂົງ​ເຂດ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ຈີນ ​ໃຫ​້ພັດທະນາຢ່າງປອດ​ໃສ, ມີສະຖຽນ​ລະ​ພາບ. ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ປາດ​ຖະໜາ​ວ່າ: ຈະ​ສົມທົບ​ກັນຢ່າງ​​ແໜ້ນ​ແຟ້ນກັບ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ການ​ຮ່ວມ​ມື 2 ຝ່າຍທີ່​ຕ່າງ​ຝ່າຍ​ຕ່າງ​​ມີ​ຜົນ​ປະ​ໂຫຍ​ດ​ໃນ​ບັນດາ​ຂົງ​ເຂດ​ທີ່​ແຕກຕ່າງ​ກັນ​ລະ​ຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ ຕົ້ນຕໍ່ຂອງ 2 ຊາດ ລັດ​ເຊຍ ​ແລະ ຫວຽດນາມ, ຕາມ​ທິດ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ.

        ກ່ອນ​ໜ້າ​ນັ້ນ, ທ່ານນາງ ປານີ ຢາ​ທໍ້​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາ​ຊົນ ລາວ ກໍ່​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ.

ຂ່າວ/ບົດ​ອື່ນ