(vovworld) - ໃນລະຫວ່າງວັນທີ 11 – 13 ຕຸລາ, ສະພາສຶກສາບັນດາປະເທດອາຊຽນ (ACT) ໄດ້ຈັດກອງປະຊຸມຄັ້ງທີ 29 ຢູ່ນະຄອນຫຼວງ Kuala Lumpur, ປະເທດມາເລເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 900 ທ່ານ ທີ່ມາຈາກບັນດາປະເທດອາຊຽນ ແລະ ສ.ເກົາຫຼີ. ສະພາໄດ້ຮັບຮອງເອົາ 4 ມະຕິ, ເນັ້ນໜັກເຖິງບົດບາດວິຊາການຮັບປະກັນພື້ນຖານການສຶກສາທີ່ມີຄຸນນະພາບ, ມຸ່ງໄປເຖິງຈຸດໝາຍສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015.
ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ປະທານສຳພັນທະມິດບັນດາປະເທດສອນວິຊາຊີບ (NUTP), ທ່ານ Hashim Adnan ໃຫ້ຮູ້ວ່າ ຕ້ອງມີພື້ນຖານການສຶກສາທີ່ມີຄຸນນະພາບ ຜ່ານການບຳລຸງສ້າງ ແລະ ພັດທະນາວິຊາການຢ່າງລ້ຽນຕິດໃຫ້ຄູອາຈານ.