ບັນດາປະເທດອາຊຽນຮັບຮອງເອົາແຜນການກະທຳຕ້ານການກໍ່ການຮ້າຍ

(VOVWORLD) -ວັນທີ 01 ພະຈິກ, ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 12 ກ່ຽວກັບອາດຊະຍາກຳຂ້າມຊາດ (AMMTC) ໄດ້ສິ້ນສຸດລົງ ຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ, ບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີເປັນເອກະພາບນຳກັນຮັບຮອງເອົາແຜນການກະທຳຕ້ານການກໍ່ການຮ້າຍ.

ຕາມບົດລາຍງານສິ້ນສຸດກອງປະຊຸມ, ບັນດາປະເທດອາຊຽນ ໄດ້ຮັບຮອງເອົາແຜນການກະທຳ (2018 - 2025) ຂອງອາຊຽນ ເພື່ອແນໃສ່ສະກັດກັ້ນ ແລະ ລົບລ້າງການຟື້ນຕົວຂອງລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ອາຊຽນ ໄດ້ເປັນເອກະພາບຍົກອອກການປຶກສາຫາລືບັນດາແຜນຮ່າງເພີ່ມເຕີມໃນກອງປະຊຸມຂັ້ນສູງກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ (SOMTC) ຄັ້ງທີ 19, ຄາດວ່າຈະດຳເນີນຢູ່ມຽນມາ ໃນປີ 2019.

        ທີ່ກອງປະຊຸມ AMMTC + 3 (ອາຊຽນ ກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 9 ເຊິ່ງດຳເນີນໃນວັນດຽວກັນ, ບັນດາຝ່າຍກໍ່ເຫັນດີນຳກັນວ່າ ອາຊຽນ ຈະສືບຕໍ່ຮ່ວມມືກັບ 3 ປະເທດຄູ່ຮ່ວມມືເຈລະຈາເພື່ອແນໃສ່ລົບລ້າງບັນດາອາດຊະຍາກຳຂ້າມຊາດ, ລວມທັງກໍ່ການຮ້າຍ, ອາຊະຍາກຳທາງອິນເຕີເນັດ ແລະ ຄ້າຂາຍມະນຸດ. ກອງປະຊຸມໄດ້ຮັບຮອງເອົາເລື່ອງຍື່ນສະເໜີຕໍ່ຄະນະເລຂາອາຊຽນ ຂໍ້ສະເໜີຂອງສ.ເກົາຫຼີ ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດທາງອີນເຕີເນັດປີ 2019, ຜ່ານນັ້ນຮັບເອົາຄຳເຫັນປະກອບຂອງບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ