ບັນດາປະເທດອາຊຽນແບ່ງປັນແຫຼ່ງຄົນງານດ້ານການທ່ອງທ່ຽວທີ່ມີຄຸນນະພາບສູງ

ບັນດາປະເທດອາຊຽນແບ່ງປັນແຫຼ່ງຄົນງານດ້ານການທ່ອງທ່ຽວທີ່ມີຄຸນນະພາບສູງ - ảnh 1
(ພາບ​ປະ​ກອບ: huongnghiepvietnam.vn)

(vovworld) -  ໃນ​ລະ​ຫວ່າງວັນ​ທີ 08 – 09/08, ຢູ່ ຈາ​ກາ​ຕາ, ປະ​ເທດ​ອິນ​ໂ​ດ​ເນ​ເຊຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຮັບ​ຮູ້​ເຊິ່ງ​ກັນ ແລະ ກັນ​ກ່ຽວ​ກັບ​ຄົນ​ງານ​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ອາ​ຊຽນ (MRA-TP). ເຂົ້າ​ຮ່ວມກອງ​ປະ​ຊຸມມ​ີ​ຜູ້​ຕາງ​ໜ້າບັນ​ດາ​ປະ​ເທດ​ອາ​ຊຽນ; ບັນ​ດາ​ຄູ່​ຮ່ວມ​​ເຈ​ລະ​ຈາ​ຂອງ​ອາ​ຊຽນ, ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ບັນ​ດາ​ອົງ​ການສາ​ກົນ. ຈຸດໝາຍ​ຂອງກອງ​ປະ​ຊຸມນີ້​ແມ່ນ​ເພື່ອ​ສ້າງ​ຄວາມ​ຮັບ​ຮ​ູ້​ຢ່າງ​ກ້​ວາງ​ຂວ​າງກວ່າ​ກ່ຽວ​ກັບ​ດ້ານ​ທັກ​ສະ​ພື້ນ​ຖານ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ອາ​ຊຽນ ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ໂຮງ​ແຮມ ແລະ ແລກ​ປ່ຽນ​ຄົນ​ງານ. ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່​ວມ​ເຫດ​ການ, ທ່ານ ເຈີນ​ເຍີດ​ຮ່​ວາງ, ຮອບ​ຫົວ​ໜ້າ​ກົມຮ່​ວມ​ມື​ສາ​ກົນ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ​ໃຫ້​ຮູ້​ວ່າ, ບົນ​ພື້ນ​ຖານ MRA-TP ທີ່​ໄ​ດ້​ຮັບ​ການ​ປະ​ກາດ, ​ຫວຽດ​ນາມ ພວມ​ສ້າງ​ປະ​ມວນມາດ​ຖານ​ໃຫ້​ເໝາະ​ສົມ. ເລື່ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວກ​ັບ MRA-TP ໄດ້​ຖືກ​ຫວຽດ​ນາມ ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ຜ່ານ​ມາ ຜ່ານ​ການ​ຈັດ​ຕ​ັ້ງ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ໂ​ອ້​ລົ​ມ​ສົນ​ທະ​ນາ​ກ່​ຽວ​ກັບ​ຂົງ​ເຂດນີ້.

        ທີ່ກອງ​ປະ​ຊຸມ, ອາ​ຊຽນ MRA-TP ໄດ້​ຮັບ​ປະ​ກາດ​ຢ່າງ​ເປັນ​ທາງ​ການ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜົນ​ງານ​ລະ​ອຽດ​ຂອງ​ການ​ຮ່ວມ​ມື​ອາ​ຊຽນ ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ຜ່ານນັ້ນ​ປະ​ກອບ​​ສ່ວນ​ເຂົ້າ​ໃນປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ (AEC).

ຂ່າວ/ບົດ​ອື່ນ