ບັນດາປະເທດອານຸພາກພື້ນແມ່ນຳ້ຂອງເພື່ມທະວີການໂຄສະນາການທ່ອງທ່ຽວຜ່ານອິນເຕີແນດ
ພາບປະກອບ
|
(vovworld) - ວັນທີ 16/6, ຢູ່ນະຄອນດ່ານັ໋ງ, ອົງການທ່ອງທ່ຽວ ບັນດາປະເທດອານຸພາກພື້ນແມ່ນຳ້ຂອງເປີດກວ້າງ ແລະ ນັກຊ່ຽວຊານຫຼາຍຄົນ ໄດ້ພ້ອມກັນເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການໂຄສະນາການທ່ອງທ່ຽວຜ່ານອິນເຕີແນດ. ກອງປະຊຸມສຳມະນາ ໄດ້ຮັບຟັງບັນດາບົດປະກອບຄວາມເຫັນກ່ຽວກັບແງ່ຫວັງໂຄສະນາດ້ານການທ່ອງທ່ຽວໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ; ວິທີນຳໃຊ້ເຕັກໂນໂລຢີໂທລະສັບເພື່ອໂຄສະນາຮູບພາບພາຍຫຼັງການທ່ອງທ່ຽວ… ທ່ານ Matthew Zatto - ຜູ້ອຳນວຍການສະຖານທີ່ທ່ອງທ່ຽວເຂດອາຊີຕາເວັນອອກສ່ຽງໃຕ້ຂອງເວັບໄຊ Tripadvisor, ໃຫ້ຮູ້ວ່າ:
“ຫວຽດນາມ ກໍ່ແມ່ນປະເທດທີ່ຍາດລາງວັນທ່ອງທ່ຽວຂອງເວັບໄຊ Tripadvisor ໄດ້ຫຼາຍລາງວັນ. ຕົວຢ່າງຄືຮ່າໂນ້ຍ ໄດ້ຮັບລາງວັນເປັນສະຖານທີ່ທ່ອງທ່ຽວທີ 2 ຢູ່ທະວີບອາຊີ. ດ່ານັ໋ງ ໄດ້ຮັບຕີລາຄາວ່າແມ່ນສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດ. ນອກນັ້ນນະຄອນໂຮ່ຈີມິນ ແລະ ໂຫ້ຍອານ ກໍ່ໄດ້ຮັບກນຕີລາຄາສູງຈາກນັກທ່ອງທ່ຽວ, ເມື່ອເຂົາເຈົ້າຊອກຫາຂໍ້ມູນຜ່ານເວັບໄຊ Tripadvisor “.