ບັນດາຝ່າຍຄ້ານຢູ່ ຊີຣີ ຄັດຄ້ານແຜນການມອບໂອນອຳນາດ ການເມືອງຂອງສະຫະປະຊາຊາດ

ບັນດາຝ່າຍຄ້ານຢູ່ ຊີຣີ ຄັດຄ້ານແຜນການມອບໂອນອຳນາດ ການເມືອງຂອງສະຫະປະຊາຊາດ - ảnh 1
ກຳລັງທະຫານເສລີ ຊີຣີ ຢູ່ເຂດ Idlib
(ພາບ: AFP)

(vovworld) - ວັນ​ທີ 1/7, ບັນດາ​ຝ່າຍ​ຄ້ານ​ຢູ່ ຊີຣີ ​ໄດ້​ປະຕິ​ເສດ​ແຜນການ​ສັນຕິພາບ ​ໂດຍ​ສະຫະ​ປະຊາ​ຊາດ​ອາລັກຂາ ກ່ຽວ​ກັບ​ການ​ມອບ​ໂອນ​ອຳ​ນາດການ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້, ພ້ອມ​ທັງ​ຖະ​ແຫຼ​ງວ່າ​: ຈະ​ບໍ່​ປະ​ນິປະນອມ ກັບ ປະທານາທິບໍດີ Bashar Al Assad ຫຼື ບັນດາ​ສະມາຊິກ​ຂ​ອງລະບອບ​ປະຈຸ​ບັນ. ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ ຊີຣີ ​ຖືກ​ຈັດ​ຂຶ້ນ ຢູ່ ​Geneva, ປະ​ເທດ​ສະ​ວິດ ​ເມື່ອ​ວັນ​ທີ 30/6 ​ໄດ້​ເຫັນ​ດີ​ເຫັນ​ພ້ອມ ກັບ​ແຜນການ​ຂອງ​ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan, ​ເຊິ່ງຕາມ​ນັ້ນ​ແລ້ວ, ຮຽກຮ້ອງ​​ໃຫ້ສ້າງ​ຕັ້ງ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຢູ່ ຊີຣີ, ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ ລັດ​ເຊຍ, ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ປະ​ນິປະນອມ​ນີ້ ​ໄດ້​ເປີດ​​ໂອກາດ​​ໃຫ້ ທ່ານ ປະທານາທິບໍດີ Bashar Al Assad ​ເຂົ້າ​ຮ່ວມ​ລັດຖະບານ​​ໄລຍະຂ້າມ​ຜ່ານ.

ຂ່າວ/ບົດ​ອື່ນ