ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ມາ​ນະ​ພະ​ຍາ​ຍາມ​ຍາມ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)

(VOVWORLD) -ກ່າວຄຳເຫັນທີ່ເວທີປາໄສ, ທ່ານບຸຍແທັງເຊີນໄດ້ເນັ້ນໜັກວ່າ ເວທີປາໄສ ARF ພິສູດ  ໃຫ້ເຫັນຄຸນຄ່າ ແລະ ທ່າແຮງຂອງ ຕົນໃນການຊຸກຍູ້ການເຈລະຈາ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ຢູ່ ພາກພື້ນ, ໃນນັ້ນມີບັນຫາ ທະເລຕາເວັນອອກ.

        ການເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບຜິດຊອບ ແລະ ເຈດຕະນາດີໃນການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ພາກພື້ນ, ນັ້ນແມ່ນເນື້ອໃນຈິດໃຈລວມຂອງ ກອງປະຊຸມເວທີປາໄສພາກພື້ນ ອາຊຽນຄັ້ງທີ 28 (ARF - 28) ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 6 ສິງຫາ ແບບທາງໄກ. ເຂົ້າຮ່ວມກອງປະຊຸມມີ ທ່ານລັດຖະມົນຕີການຕ່າງປະເທດ 27 ປະເທດ ແລະ ອົງການຈັດຕັ້ງສະມາຊິກ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານບຸຍແທັງເຊີນໄດ້ເນັ້ນໜັກວ່າ ເວທີປາໄສ ARF ພິສູດ  ໃຫ້ເຫັນຄຸນຄ່າ ແລະ ທ່າແຮງຂອງ ຕົນໃນການຊຸກຍູ້ການເຈລະຈາ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ຢູ່ ພາກພື້ນ, ໃນນັ້ນມີບັນຫາ ທະເລຕາເວັນອອກ. ບັນດາການຂັດແຍ້ງກັນ ແລະ ຄວາມແຕກໂຕນກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ທີ່ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ຫວຽດນາມ ຈະຕັ້ງໜ້າພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ສືບຕໍ່ມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ