ບັນດາຝ່າຍປະທະກັນຢູ່ລີບີ ເຊື່ອມຕໍ່ການເຈລະຈາ

ບັນດາຝ່າຍປະທະກັນຢູ່ລີບີ ເຊື່ອມຕໍ່ການເຈລະຈາ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) –  ຮອບ​ເຈລະຈາ​ຄັ້ງ​ທີ 2 ລະຫວ່າງ​ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່​ລີ​ບີ ຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນ Algiers ປະ​ເທດອາ​ເຊຣີ, ​ໃນ​ວັນ​ທີ 13/04, ​ເພື່ອ​ແນ​ໃສ່​ຊອກ​ຫາ​ຂໍ້​ຕົກລົງ​ດ້ານ​ການ​ເມືອງ​​​ເພື່ອແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວມາ​ເປັນ​ເວລາ 4 ປີ ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້. ການ​ເຈລະຈາ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຊຸກຍູ້​ຝ່າຍ​ຕ່າງໆ​ຢູ່​ລີ​ບີ ​ມຸ່ງ​ໄປ​ເຖິງ​ມາດ​ຕະການ​ເຫັນ​ດີ​ເຫັນ​ພ້ອມ​ກ້າວ​ໄປ​ເຖິງ​ການສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົນ​ຊາດ ຊີ້​ນຳ​ນຳພາ​ປະ​ເທດ​ໃນ​ໄລຍະ​ຂ້າມ​ຜ່ານ ​ແລະ ຈັດ​ລຽງ​ຄວາມ​ສະຫ​ງົບ. ທີ່​ການ​ເຈລະຈາ, ທູດ​ພິ​ເສດ​ຂອງ​ທ່ານ​​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ ທັງ​ເປັນ​ຜູ້ຕາງໜ້າ​ຄະນະຜູ້​ແທນ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ຊາດ ປະຈຳ​ລີ​ບີ Bernardio Leon ຢືນຢັນ​ວ່າ, ພຽງ​ແຕ່​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງ​ຈຶງຊ່ວຍ​ໃຫ້​ລີ​ບີ ຟື້ນ​ຟູ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Leon ກໍ່​ຮຽກຮ້ອງ​ບັນດາຝ່າຍ​ປະ​ທະ​ກັນຢູ່​ລີ​ບີ ​ເຂົ້າ​ຮ່ວມ​ວິວັດທະນາ​ການ​ສັນຕິພາບ​ໂດຍ​ສະຫະ​ປະຊາ​ຊາດ ​ແລະ ອາ​ເຊີຣີ ອຸປະຖຳ.

ຂ່າວ/ບົດ​ອື່ນ