ບັນດາຝ່າຍຢູ່ຢູແກຼນເຫັນດີຖອນອາວຸດປະເພດໜັກ
(ພາບປະກອບ)
(vovworld) - ວັນທີ 22/2, ເຈົ້າໜ້າທີ່ຜູ້ໜຶ່ງຂອງກອງທັບຢູແກຼນ ແຈ້ງໃຫ້ຮູ້ວ່າ, ທັງສອງຝ່າຍປະທະກັນຢູ່ຢູແກຼນ ໄດ້ເຫັນດີຖອນອາວຸດປະເພດໜັກອອກຈາກແນວຮົບຕາມຂໍ້ຕົກລົງຢຸດຍິງ Minsk ທີ່ຫາກໍ່ເຊັນກັນ. ໂດຍຜ່ານອົງການສື່ຂ່າວສະເພາະ, ກຳລັງທວງເອົາເອກະລາດຢູ່ຢູແກຼນຕາເວັນອອກກໍ່ໄດ້ຮັບຮູ້ກ່ຽວກັບເລື່ອງລົງນາມໃນບັນດາເອກະສານດັ່ງກ່າວ. ເປັນອັນວ່າກອງທັບຢູແກຼນ ຈະຖອນອາວຸດອອກຈາກແນວຮົບຕ່າງໆໃນປະຈຸບັນ, ໃນຂະນະນັ້ນ, ກຳລັງສາທາລະນະລັດປະຊາຊົນ Donetsk ແລະ ສາທາລະນະລັດປະຊາຊົນ Lugansk ຈະຖອນອອກຈາກບັນດາແນວຮົບໄດ້ຮັບການກຳນົດໃນຂໍ້ຕົກລົງ Minsk ເມື່ອເດືອນ 9/2014.