ບັນດາມືປືນຊາວມຸດສະລິມບຸກໂຈມຕີຫ້ອງວ່າການລັດຖະບານແລະຕຳຫຼວດຢູ່ພາກໃຕ້ໄທ

ບັນດາມືປືນຊາວມຸດສະລິມບຸກໂຈມຕີຫ້ອງວ່າການລັດຖະບານແລະຕຳຫຼວດຢູ່ພາກໃຕ້ໄທ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 29/12, ບັນ​ດາ​​ບຸກ​ຄົນ​ຊາວ​ມຸດ​ສະ​ລິມ​ແຍກ​ຕົວ​ ໄດ້​ບຸ​ກ​ໂຈມ​ຕີ​ຕຳ​ຫຼ​ວດ ແລະ ຫ້ອງ​​ວ່າການ​ລັດ​ຖະ​ບານ​​ຢູ່​​ພາກ​ໃຕ້​ຂອງ​ໄທ, ເຮັດ​ໃຫ​້​ພາ​ລະ​ກອນ​ຜູ້​ໜຶ່ງ​ເສຍ​ຊີ​ວິດ ແລະ ​ໄດ້ຈັບຫຼາຍ​ຄົນ​ເປັນ​ຕົວ​ປະ​ກັນ​. 3 ແຂວງ​ພາກ​ໃຕ້​ຂອງ​ໄທ ແມ່ນ ປັດ​ຕະ​ນີ, ຢະ​ລາ ແລະ ນະ​ຣາ​ທິ​ວາດ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ມີ​ຊາວ​ມຸດ​ສະ​ລິມ​ດຳ​ລົງ​ຊີ​ວິດ​ເປ​ັນ​ຈຳ​ນວນ​ຫຼວງ​ຫຼາຍ ໄດ້ຕົກ​ເຂົ້າ​ສູ່​ສະ​ພາບ​ຂາດ​ສະ​ຖ​ຽນ​ລະ​ພາບ, ​ມີການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນຢ​່າງ​ລຽນ​ຕິດ​ນັບ​ແຕ່​ເດືອນ​ 01/2004 ຍ້ອ​ນ​ບັນ​ດາ​​ບຸກ​ຄົນ​ຊາວ​ມຸດ​ສະ​ລິມ​ແຍກ​ຕົວ​. ພາຍ​ຫຼັງ​ຂຶ້ນ​ກຳ​ອຳ​ນາດ​ເມື່ອ​ປີ 2014, ອ​ຳ​ນາດ​ການ​ປົກ​ຄອງ​​ຝ່າຍ​ທະ​ຫານ​ໄທ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້​​ແກ່​ພາກ​ໃຕ້​ຂອງ​ໄທ​ ໃນ​ຮອບ​ເວ​ລາ 1 ປີ. ຫວ່າງ​ແລ້ວນ​ີ້, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ໄທ ໄດ້​ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ວ່າ ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ​ອາດ​ຈະ​ຢຸດ​ຕິ​​ລົງໃນ​ປີ 2016.

ຂ່າວ/ບົດ​ອື່ນ