ບັນດາລັດຖະມົນຕີການຕ່າງປະເທດ G7 ເປັນເອກະພາບຫຼັກໝັ້ນກ່ຽວກັບ ສປປ ເກົາຫຼີ

(VOVWORLD) - ຕາມທ່ານ Ando ແລ້ວ, ບັນຫານິວເຄຼຍ ຂອງ ສປປ ເກົາຫຼີ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງບັນດາລັດຖະມົນຕີການຕ່າງປະເທດ G7 ແລະ ບັນດາຝ່າຍເຫັນດີເປັນເອກະພາບຈະຮັກສາກຳລັງດັນສູງສຸດສຳລັບ ພຽງຢາງ...

ບັນດາລັດຖະມົນຕີການຕ່າງປະເທດ G7 ເປັນເອກະພາບຫຼັກໝັ້ນກ່ຽວກັບ ສປປ ເກົາຫຼີ - ảnh 1 ການນຳບັນດາປະເທດສະມາຊິກ G7 ທີ່ກອງປະຊຸມ

(ພາບ:AFP/TTXVN)

ບັນດາລັດຖະມົນຕີການຕ່າງປະເທດ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7) ບັນລຸໄດ້ທັດສະນະເປັນເອກະພາບກ່ຽວກັບບັນຫານິວເຄຼຍຂອງ ສປປ ເກົາຫຼີ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ຄວາມໝັ້ນຄົງ G7 ພວມຈັດຕັ້ງຢູ່ນະຄອນ Toronto ຂອງ ການາດາ. ນີ້ແມ່ນຖະແຫຼງການໂດຍທ່ານ Toshihide Ando, ຮອງເລຂາດ້ານການສື່ສານຂອງກະຊວງການຕ່າງປະເທດ ຍີ່ປຸ່ນ ຍົກອອກມາໃນການປະຊຸມຂ່າວເມື່ອວັນທີ 23 ເມສາ ຢູ່ສູນກອງປະຊຸມ Metro Toronto.

        ຕາມທ່ານ Ando ແລ້ວ, ບັນຫານິວເຄຼຍ ຂອງ ສປປ ເກົາຫຼີ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງບັນດາລັດຖະມົນຕີການຕ່າງປະເທດ G7 ແລະ ບັນດາຝ່າຍເຫັນດີເປັນເອກະພາບຈະຮັກສາກຳລັງດັນສູງສຸດສຳລັບ ພຽງຢາງ ໃນບັນຫາປອດນິວເຄຼຍ. ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ຢັ້ງຢືນວ່າ ບໍ່ຮັບຮູ້ ສປປ ເກົາຫຼີ ມີກຳມະສິດນິວເຄຼຍ, ພ້ອມທັງສະແດງຄວາມວິຕົກວັງວົນກ່ຽວກັບເລື່ອງທ່ານ Kim Jong  - un ໄດ້ຖະແຫຼງຢຸດຕິການທົດລອງນິວເຄຼຍ, ລູກສອນໄຟນຳວິຖີ ແລະ ການຮື້ຟື້ນບັນດາວັດຖຸອຸປະກອນໃນຮາກຖານນິວເຄຼຍ ຢູ່ພາກເໜືອ ຫາກບໍ່ໄດ້ໃຫ້ຄຳໝັ້ນສັນຍາປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ