ບັນດາວິສາຫະກິດຫວຽດນາມແລະUEAສວມບົດບາດສຳຄັນໃນການພົວພັນຫວຽດນາມ-UEA
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບາງວິສາຫະກິດອັນດັບໜຶ່ງຂອງ UAE
(ພາບ: VGP/Lê Sơn)
(vovworld) – ບັນດາວິສາຫະກິດຫວຽດນາມ ແລະ ສະຫະລັດ ອາຣັບ ເອມີເຣັດ (UAE) ສວມບົດບາດສຳຄັນໃນການພົວພັນຫວຽດນາມ - UEA - ນີ້ແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ເວທີປາໄສ ວິສາຫະກິດ ຫວຽດນາມ - ສະຫະລັດ ອາຣັບ ເອມີເຣັດ (UAE), ໃນວັນທີ 15/12, ທີ່ນະຄອນຫຼວງ Abu Ahabi, ໃນຂອບເຂດການຢ້ຽມຢາມ UEA. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ: ຜ່ານເວທີປາໄສນີ້, ວິສາຫະກິດ 2 ປະເທດຈະເພີ່ມທະວີການຊອກຮູ້, ກຳແໜ້ນໂອກາດຮ່ວມມືລົງທຶນ ດຳເນີນທຸລະກິດ. ພ້ອມທັງເຊື່ອໝັ້ນວ່າ: ໄລຍະຈະມາເຖິງ ການພົວພັນລະຫວ່າງ ຫວຽດນາມ ແລະ UEA ຈະສືບຕໍ່ພັດທະນາກ່ວາອີກ.
ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ Gala Dinner ຫວຽດນາມ - UEA, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ: UEA ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດລາຍໃຫຍ່ຂອງ ຫວຽດນາມ ຢູ່ ຕາເວັນອອກກາງ ແລະ ອາບຟຣີກາເໜືອ. ຕາມນັ້ນແລ້ວ, ວົງເງິນ 2 ສົ້ນໃນປີ 2013 ລັນລຸ 4,46 ຕື້ USD, ຫຼາຍກຸ່ມບໍລິສັດອັນດັບໜຶ່ງຂອງ UEA ຄື: DP World, IPIC… ຖືເປັນສຳຄັນ ແລະ ເອົາໃຈໃສ່ເຖິງຍຸດທະສາດລົງທຶນເຂົ້າ ຫວຽດນາມ. ນີ້ແມ່ນບັນດາສັນຍານຕັ້ງໜ້າເພື່ອໃຫ້ການພົວພັນ 2 ປະເທດພັດທະນານັບມື້ນັບດີງາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ: ຜ່ານເວທີປາໄສວິສາຫະກິດ 2 ປະເທດ ແລະ ເຫດການ “ຊຸມວັນ ຫວຽດນາມ ຢູ່ UEA”, ວິສາຫະກິດ 2 ປະເທດເພີ່ມທະວີບັນດາການເຄື່ອນໄຫວຊອກຮູ້ເພື່ອກຳແໜ້ນໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດກ່ວາອີກ.
ກໍ່ໃນຕອນບ່າຍວັນທີ 15/12, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ UEA ແລະ ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດຢູ່ UEA.