ບັນດາສະມາຊິກລັດຖະບານປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມ5ເດືອນຕົ້ນປີ2016

ບັນດາສະມາຊິກລັດຖະບານປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມ5ເດືອນຕົ້ນປີ2016 - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາລື
​ກ່ຽວ​ກັບ​ສະພາບ​​ເສດຖະກິດສັງຄົມ​ໃນ​ເດືອນ 5 ​ແລະ 5 ​ເດືອນ​ຜ່ານ​ມາ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ໂດຍ​ສືບຕໍ່​ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 5, ຕອນ​ເຊົ້າ​ວັນ​ທີ 02/06, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​​ເສດຖະກິດສັງຄົມ​ໃນ​ເດືອນ 5 ​ແລະ 5 ​ເດືອນ​ຜ່ານ​ມາ. ບົດ​ລາຍ​ງານ​ຂອງ​ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​ເພື່ອ​ເບິ່ງ​ລວ​ມ​ແລ້ວ ​ເສດຖະກິດ​ສັງຄົມ​ໃນ 5 ​ເດືອນ​ຜ່ານ​ມາ​ພືນ​ຖານ​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ອັດຕາ​ດອກ​ເບ້ຍ​ມີທ່າ​ອ່ຽງຫລຸດ​ລົງ, ຕະຫລາດ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ, ການດຶງ​ດູດ FDI ມີ​ຄວາມ​ຕັ້ງໜ້າ; ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ສະຫວັດ​ດີກາ​ນສັງຄົມ ​ແລະ ບັນດາ​ຂົງ​ເຂດ​ສັງຄົມ​ອື່ນ ​ໄດ້ຮັບ​ການ​ເອົາ​ໃຈ​ໃສ່ ​ແລະ ມີ​ຜົນງານຢ່າງ​ແນ່ນອນ; ຄວາມໝັ້ນຄົງ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ຮັບການ​ຮັບປະກັນ; ການຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ຄົມມະນາຄົມ​ມີ​ການ​ຫັນປ່ຽນ. ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ເສດຖະກິດ​ໃນ 5 ​ເດືອນຜ່ານ​ມາ​ແມ່ນ​ປະ​ສິດທິ​ຜົນ​ໃນ​ການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ​ໃນ​ນັ້ນ ທຶນ​ປະຕິບັດ​ບັນລຸ 5,8 ຕື້ USD, ທຶນ​ຈົດ​ທະບຽນ​ເກືອບ 10,2 ຕື້ USD. ​ໃນ​ຊຸມ​ເດືອນ​ຕົ້ນ​ປີ, ມີ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​ແມ່ນ 44.740 ​ແຫ່ງ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ 350.000 ຕື້​ດົ່ງ.

        ທີ່​ວາລະ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງ​ບັນດາ​ໜ້າ​ທີ​່​ໃຫຍ່​ໃນ​ປີ 2016 ​ແມ່ນ​ລະດັບເຕີບ​ໂຕບັນລຸ 6,7%, ການ​ສົ່ງ​ອອກເພີ່ມ​ຂຶ້ນກ່ວາ 10%, ​ໄພ​ເງິນ​ເຟີ້​ບໍ່​​ເກີນ 5%. ທ່ານ​ນາຍົກລັດຖະມົນຕີ ຊີ້​ນ​ຳ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການສຸ​ມ​ໃສ່​ປຶກສາ​ຫາລື​ບັນດາ​ມ​າດຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ປະຕິບັດ​ທັງ 2 ຄາດໝາຍ​​ແມ່ນ​ການ​ເຕີບ​ໂຕ ​ແລະ ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ມະຫາ​ພາກ​​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ