ບັນດາອະດີດນັກໂທດປະຕິວັດ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງການປະຕິວັດຫວຽດນາມ
(ບັນດາອະດີດນັກໂທດປະຕິວັດ ໄດ້ປະກອບສ່ວນອັນໃຫຍ່ຫຼວງ
ເຂົ້າໃນຜົນສຳເລັດຂອງການປະຕິວັດຫວຽດນາມ)
(vovworld) – ຕອນຄໍ່າວັນທີ 09/12, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບຜູ້ຕາງໜ້ານຄະນະພັກໃນບັນດາຄຸກຂອງອາເມລິກາ, ຫຸ່ນໄຊງ່ອນ, ໃນໄລຍະຕໍ່ສູ້ຕ້ານອາເມລິກາ ກູ້ຊາດ 130 ຄົນ, ເນື່ອງໃນໂອກາດກັບເມືອນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມພົບປະສັງສັນບັນດາຜູ້ແທນຂັ້ນຄະນະພັກ, ອະດີດນັກໂທດປະຕິວັດທີ່ຖືກສັດຕູຈັບຕົວ ແລະ ຄຸມຂັງ ໂດຍຄະນະເລຂາສູນກາງພັກຈັດຕັ້ງ. ເນັ້ນນັກເຖິງນ້ຳໃຈກ້າຫານ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອຊາດ, ຮັກສາເຈດຈຳນົງປະຕິວັດເມື່ອຖືກສັດຕູຈັບຕົວ… ທ່ານປະທານປະເທດ ໄດ້ຫວນຄືນໄລຍະອັນສະຫງ່າລາສີຂອງບັນດາຜູ້ແທນໃນເມື່ອກ່ອນເພື່ອຮູ້ສຶກເອກອ້າງທະນົງໃຈຕໍ່ຄວາມອົງອາດກ້າຫານ ໄວ້ເນື້ອເຊື່ອໃຈຕໍ່ພັກກອມມູນິດຫວຽດນາມ, ບັນດາອະດີດນັກໂທດປະຕິວັດໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງການປະຕິວັດປະເທດຕົນ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ຜູ້ແທນແຕ່ລະຄົນ ເມື່ອກັບຄືນຊີວິດປະຈຳວັນ ຈະສືບຕໍ່ຍົກສູງຈິດໃຈປະຕິວັດ, ປະກອບສ່ວນເຂົ້າໃນວິວັດການກໍ່ສ້າງພັກ ແລະ ປາດຖະໜາວ່າ, ບັນດາຜູ້ແທນສືບຕໍ່ສຶກສາມູນເຊື້ອການປະຕິວັດ ແລະ ເປັນແບບຢ່າງໃຫ້ລຸ້ນໜຸ່ມຮໍ່າຮຽນຕາມ.