ບັນດາເອກອັກຄະລັດຖະທູດປະຈຳຮ່າໂນ້ຍ ເຂົ້າຮ່ວມລາຍການ “ທ່ອງທ່ຽວມິດຕະພາບປີ 2014”
ລາຍການ “ທ່ອງທ່ຽວມິດຕະພາບປີ 2014”
(ພາບ: .baomoi.com)
(vovworld) - ລາຍການ “ທ່ອງທ່ຽວມິດຕະພາບປີ 2014” ໂດຍສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ສົມທົບກັັບຄະນະກຳມະການປະຊາຊົນເມືອງ ຢາເລີມ ຈັດຕັ້ງເມື່ອວັນທີ 01/03. ບັນດາເອກອັກຄະລັດຖະທູດ, ພັນລະຍາ ແລະ ຜູ້ຕາງໜ້າຂອງສະຖານທູດ, ບັນດາອົງການສາກົນ, ອົງການບໍ່ຂຶ້ນກັບລັດຖະບານປະຈຳຫວຽດນາມ 20 ກວ່າແຫ່ງໄດ້ເຂົ້າຮ່ວມລາຍການ.
ສະຖານທີ່ທ່ອງທ່ຽວຍາມລະດູບານໃໝ່ປີນີ້ແມ່ນໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ບ໋າດຈ່າງ, ເມືອງຢາເລີມ, ເຊິ່ງແມ່ນໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາບູຮານ ແລະ ມີຊື່ສຽງຢູ່ຫວຽດນາມ. ບັນດາແຂກສາກົນໄດ້ໄປຢ້ຽມຢາມສະຖານທີ່ທີ່ມີຊື່ສຽງຂອງໝູ່ບ້ານຄື: ສູນວາງສະແດງ 1000 ປີທັງລອງ, ເຂດບ້ານເດີມ, ຮ່ອມທາງບູຮານບ໋າດຈ່າງ... ແລະ ເຮັດທົດລອງເຄື່ອງປັ້ນດິນເຜົາ.
ນີແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາເຖິງເພື່ອນມິດສາກົນວັດທະນະທຳຫວຽດນາມ, ຜ່ານບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຫວຽດນາມ, ພິເສດແມ່ນຂອງນະຄອນຫຼວງຮ່າໂນ້ຍ; ນີ້ກໍ່ແມ່ນໂອກາດທີ່ດີເພື່ອໃຫ້ປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນພົບປະ, ແລກປ່ຽນ, ເພີ່ມທະວີນ້ຳໃຈສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.