ບຸນປີໃໝ່ມາກ່ອນຕາແສງ ເກາະຊິງໂຕນ


ບຸນປີໃໝ່ມາກ່ອນຕາແສງ ເກາະຊິງໂຕນ - ảnh 1

(ພາບ: news.zing.vn)

 (vovworld)- ​ ​ວັນ​ທີ 24/12, ຄະນະ​ປະຕິບັດ​ງານຂອງ​ທະຫານ​ເຮືອ​ເຂດ 4 ​ໄດ້​ເດີນທາງ​​ໄປ​ຍັງ​ຕາ​ແສງ​ເກາະ​ຊິງ​ໂຕນ ຊື່​ງ​ແມ່ນ​ເກາະ​ແຫ່ງ​ທຳ​ອິດ​ໃນ​ການ​​ເຄື​ອ່ນ​ໄຫວ​ຢ້ຽມຢາມ ​ແລະ ​ອວຍພອນ​ປີ​ໃໝ່​ທະຫານ ​ແລະ ​ປຊ​ຊ ​ເມືອງ​ເກາະ​ເຈື່ອງ​ຊາ.

  ຕາ​ແສງ​ເກາະ​ຊິງ​ໂຕນ ຫ່າງ​ຈາກ​ເຂດ​ດິນ​ຕໍ່​ແຜ່ນໄປ​ທາງ​ທິດຕາ​ເວັນ​ອອກ 330 ​ໄມ​ທະ​ເລ, ດ້ວຍ​ເນື້ອ​ທີ່​ປະມານ 42.000 ຕາລາງ​ແມັດ ພ້ອມ​ກັບ​ບັນດາ​ສະບຽງ​ອາຫານ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ຝາກ​ມາ​ໃຫ້​ນັ້ນ, ການ​ນຳ ​ແລະ ຜູ້​ບັນຊາ​ກົມກອງ​ໄດ້​ກະກຽມໃຫ້​ທະຫານ ​ແລະ ປຊຊ ​ໃນ​ເກາະຕ້ອນຮັບ​ບຸນປີ​ໃໝ່​ຢ່າງງລອບ​ຄອບ​ຖີ່​ຖ້ວນ​ແລ້ວ. ທ່ານ​ຈິ້ງ​ກົງ​ລີ, ປະທານ​ຄະນະ​ກຳມະການ ປຊຊ ຕາ​ແສງ​ເກາະ​ຊິງ​ໂຕນ ​ໃຫ້​ຮູ້​ວ່າ:

   “ປະຈຸ​ບັນ, ຊີວິດ​ຂອງ ປຊຊ ​ໃນ​ເກາະ​ນັບ​ມື້​ນັບ​ເປັນ​ປົກກະຕິ. ປຊຊ ​ໃນ​ເກາະ​ສາມາດ​ປູກ​ຜັກຂຽວ ​ແລະ ລ້ຽງ​ເປັດ, ລ້ຽງ​ໄກ່…​ດ້ວຍ​ຕົນ​ເອງ​ໄດ້. ນອກຈາກ​ສະບຽງ​ອາຫານ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ຝາກ​ມາ​ໃຫ້ ​ແລະ ຂອງ​ຂວັນ​ປີ​ໃໝ່ຂອງ​ທົ່ວ​ປະ​ເທດ​ມອບ​ໃຫ້​ພະນັກງານ, ນັກຮົບ, ປຊຊ ​ໃນ​ເກາະ, ບຸນປີ​ໃໝ່​ປີ​ນີ້, ຍັງ​ມີ​ຊີ້ນ​ໝູ​​ໂດຍ​ພວກ​ຂ້າພະ​ເຈົ້າລ້ຽງ​ເອງ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ອີກ.

  ​ໃນ​ຊຸມ​ປີຜ່ານມາ, ທະຫານ, ປຊຊ ​ແລະ ບັນດາ​ກຳ​ລັງ​ໃນ​ເກາະ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ອ້າຍ​ຫງວຽນ​ວັນ​ແຮ້ງ, ຊາວ​ຕາ​ແສງ​ເກາະ​ຊິງ​ໂຕນ ​ແບ່ງປັນ​ວ່າ:

   “ຄອບຄົວ​ຂ້າພະ​ເຈົ້າຫາກໍ່ໄດ້​ຮັບ​ຂອງຂວັນ​ປີ​ໃໝ່​​ໂດຍຍາດ​ຕິ​ພີ່ນ້ອງຝາ​ກມາ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ…​ຄອບຄົວ​ຂ້າພະ​ເຈົ້າກໍ່​ລ້ຽງໄກ່ 3 ​ໂຕ​ອີກ. ​ໃນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່, ຄອບຄົວ​ຂ້າພະ​ເຈົ້າຈະ​ເຂົ້າຮ່ວມ​ພິທີ​ເຄົາລົບ​ທຸງຊາດ​ຢູ່​ຄະນະ​ກຳມະການ ປຊຊ ຕາ​ແສງ, ຫຼັງ​ຈາກ​ນັ້ນ​ຈະໄປ​ຈູດທູບ​ບູຊາຢູ່​ວັດ ​ແລະ ​ໄປ​ອວຍພອນ​ປີ​ໃໝ່ບັນດາ​ຄອບຄົວ ​ປຊຊ ແລະ ກຳລັງ​ຕ່າງໆ​ໃນ​ເກາະ“./.

 

ຂ່າວ/ບົດ​ອື່ນ