ບັນຫາ Brexit: ອັງກິດ ຢືນຢັນເຈລະຈາຕາມແຜນການ
(VOVWORLD) - ວັນທີ 10 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ປະກາດວ່າ ອັງກິດ ຈະເລີ່ມດຳເນີນວິວັດການເຈລະຈາກ່ຽວກັບເລື່ອງຖອນອອກຈາກສະຫະພາບ ເອີລົບ (ອີຢູ), ຫຼືຍັງເອີ້ນວ່າ Brexit, ໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ “ໃນ 2 ອາທິດຈະມາເຖິງ”.
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May |
ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງມີຂໍ້ມູນຂ່າວ ພັກ DUP ໄດ້ເຫັນດີເປັນເອກະສັນສະໜັບສະໜູນລັດຖະບານສ່ວນໜ້ອຍຂອງທ່ານນາງ May ໃນສະພາແຫ່ງຊາດຢ່າງບໍ່ເປັນທາງການ. ຕາມຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ແລ້ວ, ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ເຢຍລະມັນ, ທ່ານນາງ Angela Merkel, ທ່ານນາງນາຍົກລັດຖະມົນຕີ May ຢືນຢັນວ່າ ອັງກິດ ໄດ້ກຽມພ້ອມເລີ່ມດຳເນີນບັນດາການເຈລະຈາ Brexit. ກ່ອນໜ້ານັ້ນ, ການນຳ ອີຢູ ຫຼາຍທ່ານໄດ້ສະແດງຄວາມວິຕົກວັງວົນວ່າ ໝາກຜົນຂອງການເລືອກຕັ້ງຢູ່ ອັງກິດ ໄດ້ນາບຂູ່ຄວາມສາມາດຜັນຂະຫຍາຍບັນດາການເຈລະຈາ Brexit ໃນວັນທີ 19 ມິຖຸນາ ຕາມແຜນການ ຍ້ອນຂາດຄູ່ເຈລະຈາ.