ບັນ​ຫາ Brexit: ອັງ​ກິດ​ປະ​ກາດ​ແຜນ​ການ​ກ່ຽວ​ກັບ​ສິດ​ຫາ​ປາ ຢູ່ ເຂດ​ທະ​ເລ ພາຍຫຼັງ Brexit

(VOVWORLD) -ວັນທີ 29 ມັງກອນ, ລັດຖະບານ ອັງກິດ ໄດ້ຍົກອອກຮ່າງກົດໝາຍວ່າດ້ວຍການສິ້ນສຸດສິດເສລີຫາສິນທະເລຂອງກ່ຳປັ່ນຫາປາຂຶ້ນກັບສະຫະພາບເອີລົບ (EU) ໃນເຂດທະເລຂອງ ອັງກິດ. ຮ່າງກົດໝາຍນີ້ແນໃສ່ຮັບປະກັນວ່າ ປະເທດອັງກິດຈະບໍ່ເຂົ້າຮ່ວມນະໂຍບາຍຫາສິນທະເລລວມກັບບັນດາປະເທດເອີລົບພາຍຫຼັງ Brexit.

ຕາມນະໂຍບາຍຫາສິນທະເລລວມຂອງ EU ໃນປັດຈຸບັນ, ກ່ຳປັ່ນຫາປາຂອງ ບັນດາປະເທດ ສະມາຊິກ EU ມີສິດເສລີໃນການຫາສິນທະເລຢູ່ເຂດທະເລທີ່ຂຶ້ນກັບການຄວບຄຸມຂອງບັນດາປະເທດ EU. ເຖິງຢ່າງໃດກໍ່ຕາມ, ສິດນີ້ອາດຈະໄດ້ຮັບການຟື້ນຟູຄືນໃໝ່ ຖ້າຫາກວ່າ ອັງກິດ ແລະ EU ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນຂໍ້ຕົກລົງດ້ານການຄ້າລະຫວ່າງ ສອງຝ່າຍ ພາຍຫຼັງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ