ບັນຫາ Brexit: ອີຢູ ຍາກທີ່ຈະເຫັນດີຕໍ່ເລື່ອງໂຈະ Brexit ໃນໄລຍະຍາວ

(VOVWORLD) - ເລື່ອງໂຈະ Brexit ແມ່ນຈຳເປັນ ເພື່ອໃຫ້ ອັງກິດ ຖອນຕົວອອກຈາກ ອີຢູ ຢ່າງສະດວກທີ່ສຸດ.

ວັນທີ 03 ມີນາ, ທ່ານລັດຖະມົນຕີກະຊວງການຄ້າ ອັງກິດ Liam Fox ຖືວ່າ: ສະຫະພາບ ເອີຣົບ (ອີຢູ) ຍາກທີ່ຈະເຫັນດີຕໍ່ເລື່ອງ ອັງກິດ  ໂຈະການຖອນຕົວອອກຈາກສະຫະພາບນີ້ ໃນໄລຍະຍາວ ຍ້ອນວ່າ ອີຢູ ກຳລັງກະກຽມໃຫ້ການປ່ອນບັດທີ່ສຳຄັນໃນໄລຍະຈະມາເຖິງນີ້. ເຖິງວ່າເລື່ອງ ອັງກິດ ຈະຖອນຕົວອອກຈາກ Brexit ຊຶ່ງອາດຈະດຳເນີນຖືກຕາມ ກຳນົດເວລາສຸດທ້າຍແມ່ນວັນທີ 29 ມີນາ ທີ່ຈະມາເຖິງກໍ່ຕາມ, ແຕ່ທ່ານລັດຖະມົນຕີ Liam Fox ພັດຢືນຢັນວ່າ ເລື່ອງໂຈະ Brexit ແມ່ນຈຳເປັນ ເພື່ອໃຫ້ ອັງກິດ ຖອນຕົວອອກຈາກ ອີຢູ ຢ່າງສະດວກທີ່ສຸດ.

        ໃນຂະນະນັ້ນ, ໜັງສືພິມ Sunday Independent ຂອງ ອຽກລັງ ໄດ້ຄັດສະເໜີແຫຼ່ງຂ່າວໜຶ່ງແຕ່ບໍ່ເຜີຍຊື່ລະອຽດ ທີ່ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Leo Varadkar ໄດ້ເຜີຍໃຫ້ຄະນະລັດຖະບານປະເທດນີ້ຊາບວ່າ ເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ ຕາມກຳນົດເວລາແມ່ນວັນທີ 29 ມີນາ ຈະຖືກໂຈະໄວ້ຈົນຮອດເດືອນ ມິຖຸນາ. ໜັງສືພິມດັ່ງກ່າວ ໄດ້ຄັດຄຳເວົ້າຂອງລັດຖະມົນຕີທ່ານໜຶ່ງໃນຄະນະລັດຖະບານ ອຽກລັງ ໃຫ້ຮູ້ວ່າ: ນີ້ແມ່ນຂໍ້ມູນຂ່າວໂດຍທ່ານນາຍົກລັດຖະມົນຕີ Varadkar ເຜີຍໃຫ້ຮູ້ສະເພາະໃນຄະນະລັດຖະບານປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ