ບັນຫາ Brexit: ອີຢູຢືນຢັນໝາກຜົນການເຈລະຈາຂຶ້ນກັບລອນດອນ

(VOVWORLD) -ວັນທີ 24 ຕຸລາ, ກ່າວຄຳເຫັນຕໍ່ລັດຖະສະພາເອີລົບ, ຢູ່ນະຄອນ Strasbourg, ປະເທດຝລັ່ງ, ທ່ານປະທານສະພາເອີລົບ Donald Tusk ຢືນຢັນວ່າ,

ບັນຫາ Brexit: ອີຢູຢືນຢັນໝາກຜົນການເຈລະຈາຂຶ້ນກັບລອນດອນ - ảnh 1

 ທ່ານປະທານສະພາເອີລົບ Donald Tusk

(ພາບ: Reuters)

ໝາກຜົນຂອງການເຈລະຈາກ່ຽວກັບເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit “ແມ່ນຂຶ້ນກັບລອນດອນ” ແລະ ອັງກິດຍັງຄົງຈະເລືອກຖອນອອກຈາກອີຢູ ຫຼື ບໍ່. ທ່ານ Tusk ໃຫ້ຮູ້ວ່າ, ອີຢູ ອາດຈະຕ້ອງປະເຊີນໜ້າກັບບໍ່ວ່າແຜນການໃດ, ຕາບໃດ ອີຢູ ຍັງບໍ່ທັນຖືກແບ່ງແຍກ; ພ້ອມທັງຢ້ຳຢືນຄຳເຫັນທີ່ກໍ່ຄວາມໂຕ້ຖຽງກັນກ່ຽວກັບເລື່ອງອີຢູ ປະປ່ອຍໂອກາດໃຫ້ອັງກິດ ຖອນຄືນຄຳຕັດສິນທີ່ຈະຖອນອອກຈາກອີຢູ.

        ແລະກໍ່ໃນວັນດຽວກັນ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງອີຢູ ກ່ຽວກັບ Brexit ຖືວ່າ, ອັງກິດ ຄວນຍອມຮັບສະພາບການດ້ານກົດໝາຍ ແລະ ເສດຖະກິດຢ່າງຄົບຖ້ວນໃນໄລຍະຂ້າມຜ່ານພາຍຫຼັງທີ່ປະເທດນີ້ຖອນອອກຈາກອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ