ບຸນເຕັດ​ແຫ່ງບ້ານ​ເກີດ​ເມືອງນອນ ດ້ວຍ​ສານ “ເຕັດ​ແມ່ນ​ສະ​ຖານ​ທີ່​ເພື່ອກັບ​ເມືອ”

(VOVWORLD) - ຄະນະຈັດຕັ້ງໃຫ້ຮູ້ວ່າ “Gala ບຸນເຕັດແຫ່ງບ້ານເກີດເມືອງນອນ” ແມ່ນລາຍການປະຈຳປີ ໄດ້ຈັດຂຶ້ນເປັນຫຼາຍຄັ້ງ, ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ຄຶກຄື້ນມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ທ່ານຜູ້ຊົມ. 
ບຸນເຕັດ​ແຫ່ງບ້ານ​ເກີດ​ເມືອງນອນ ດ້ວຍ​ສານ “ເຕັດ​ແມ່ນ​ສະ​ຖານ​ທີ່​ເພື່ອກັບ​ເມືອ” - ảnh 1ຄະນະຈັດຕັ້ງ "Gala ບຸນເຕັດແຫ່ງບ້ານເກີດເມືອງນອນ” 2024  (ພາບ:  sggp.org.vn)

“Gala ບຸນເຕັດແຫ່ງບ້ານເກີດເມືອງນອນ” 2024 ດ້ວຍຫົວຂໍ້ “ເຕັດແມ່ນສະຖານທີ່ເພື່ອກັບເມືອ” ໂດຍແມ່ນງານມະໂຫລານສະແດງດົນຕີທີ່ມີຫຼາຍສີສັນ, ມີຄວາມຮູ້ສຶກທີ່ແຕກຕ່າງກັນ ໄດ້ອອກອາກາດໃນບັນດາຊ່ອງຂອງ ໂທລະພາບດີຈີຕອນ VTC (ວິທະຍຸກະຈາຍສຽງ ຫວຽດນາມ), ໂປແກຼມ VTC Now; ໂປແກຼມຂອງ ໜັງສືພິມ ເສດຖະກິດ ແລະ ຕົວເມືອງ, ຊົນເຜົ່າ ແລະ ການພັດທະນາ… ໃນຕອນຄ່ຳວັນທີ 30 ເດືອນ 12 ໄລ່ຕາມຈັນທະປະຕິທິນ (ກົງກັບວັນທີ 9 ກຸມພາ) ແລະ ຕອນຄ່ຳວັນທີ 1 ບຸນເຕັດ (ກົງກັບວັນທີ 10 ກຸມພາ).

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ເພື່ອປະກາດກ່ຽວກັບເຫດການທີ່ໄດ້ດຳເນີນໃນຕອນບ່າຍວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ “Gala ບຸນເຕັດແຫ່ງບ້ານເກີດເມືອງນອນ” ແມ່ນລາຍການປະຈຳປີ ໄດ້ຈັດຂຶ້ນເປັນຫຼາຍຄັ້ງ, ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ຄຶກຄື້ນມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ທ່ານຜູ້ຊົມ. ລາຍການປີນີ້ ຈະເລົ່າເລື່ອງກ່ຽວກັບ ການເດີນທາງ “ກັບເມືອບ້ານ” ໂດຍສະແດງໃຫ້ເຫັນຄຸນຄ່າອັນສັກສິດຂອງຄອບຄົວ, ຄວາມຜາສຸກ ເມື່ອໄດ້ເຕົ້າໂຮມກັນມໃນຍາມບຸນເຕັດມາຮອດ, ລະດູບານໃໝ່ວຽນມາ, ພ້ອມກັນມຸ່ງໄປເຖິງບັນດາສິ່ງທີ່ດີງາມ

ຕອບກັບ

ຂ່າວ/ບົດ​ອື່ນ