ບ້ານເຮັດທູບ ກວາງຝູເກົາ (ຮ່າໂນ້ຍ) - ສະຖານທີ່ໃໝ່ຢູ່ Instagram

(VOVWORLD) - ໃນໂອກາດຕ້ອນຮັບບຸນເຕັດ, ມີຫຼາຍຄອບຄົວໃນບ້ານຍັງຍ້ອມມັດທູບໃຫ້ມີຫຼາກຫຼາຍສີສັນ, ຄື: ສີເຫຼືອງ, ສີຟ້າ, ສີຂຽວໃບໄມ້
ບ້ານເຮັດທູບ ກວາງຝູເກົາ (ຮ່າໂນ້ຍ) - ສະຖານທີ່ໃໝ່ຢູ່ Instagram - ảnh 1(ໝູ່ບ້ານເຮັດທູບ ກວາງຝູເກົາ ໄດ້ສ້າງຕັ້ງຂຶ້ນມາກ່ອນນີ້ກວ່າ 100 ປີ)

        ໂດຍຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 35 ກມ, ໝູ່ບ້ານເຮັດທູບ ກວາງຝູເກົາ ໄດ້ສ້າງຕັ້ງຂຶ້ນມາກ່ອນນີ້ກວ່າ 100 ປີ, ມີຊື່ສຽງດ້ວຍອາຊີບເຮັດທູບ. ບໍ່ພຽງແຕ່ໄດ້ຮູ້ຈັກເຖິງຢູ່ພາຍໃນປະເທດເທົ່ານັ້ນ, ໃນໄລຍະຜ່ານມາມີແຂກທ່ອງທ່ຽວສາກົນຫຼາຍຄົນໄດ້ມາຢ້ຽມຢາມ ແລະ ຖ່າຍຮູບ ຢູ່ທີ່ນີ້, ສ້າງເປັນສະຖານທີ່ໃໝ່ໃນສື່ສັງຄົມອອນລາຍ Instagram, ຜ່ານບັນດາມັດທູບຫຼາຍສີສັນ.

        ໂດຍກຳແໜ້ນຄວາມຕ້ອງການຂອງແຂກທ່ອງທ່ຽວ, ນອກຈາກການຍ້ອມທູບເປັນສີແດງ ຫຼື ສີບົວໃຫ້ທູບແລ້ວ, ໃນໂອກາດຕ້ອນຮັບບຸນເຕັດ, ມີຫຼາຍຄອບຄົວໃນບ້ານຍັງຍ້ອມມັດທູບໃຫ້ມີຫຼາກຫຼາຍສີສັນ, ຄື: ສີເຫຼືອງ, ສີຟ້າ, ສີຂຽວໃບໄມ້ອີກດ້ວຍ.

        ພຽງແຕ່ຈ່າຍເງິນ 2 USD, ແຂກທ່ອງທ່ຽວກໍ່ສາມາດຖ່າຍຮູບໄດ້ຕາມສະບາຍ. ປະຊາຊົນຢູ່ທີ່ນີ້ກໍ່ສະຫງວນເວລາ, ສະຖານທີ່ເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານ ຫງວຽນຮິວລອງ, ຜູ້ເຮັດທູບຢູ່ບ້ານ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຈັດແຮງງານ 2 ຄົນມາໜູນຊ່ວຍ, ແນະນຳໃຫ້ແຂກທ່ອງທ່ຽວເລືອກເຂດ ແລະ ຖ່າຍຮູບໃຫ້ມີຮູບຖ່າຍງາມທີ່ສຸດ. ເຂົາເຈົ້າກໍ່ຊ່ວຍແນະນຳແຂກທ່ອງທ່ຽວຍ່າງຫຼີກມັດທູບບໍ່ໃຫ້ຫ່ງຽງ, ຮັບປະກັນໃຫ້ມີການລົງຕົວຈິງທີ່ດີທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ